logo

ງານ​ບຸນຊຸດ​ເ​ສື້ອ​ຍາວ ນະ​ຄອນ ໂຮ່​ຈີ​ມິນ 2026: ຈັດ​ຫຼາຍ​ກິດ​ຈະ​ກຳ​ຢ່າງ​ຄືກ​ຄື້ນ​ໃນ​ຕະຫຼອດ​ເດືອນ ມີ​ນາ

2026/3/7 | 08:45:13
(VOVWORLD) -    ຕອນຄ່ຳວັນທີ 06 ມີນາ, ຢູ່ຖະໜົນຍ່າງ ຫງວຽນເຫວ້, ງານບຸນຊຸດເສື້ອຍາວນະຄອນ ໂຮ່ຈີມິນ ຄັ້ງທີ 12 ປີ 2026 ໄດ້ໄຂຂຶ້ນຢ່າງເປັນທາງການ, ເລີ່ມຕົ້ນໃຫ້ແກ່ບັນດາກິດຈະກຳວັດທະນະທຳ - ການທ່ອງທ່ຽວທີ່ເປັນເອກະລັກໃນຕະຫຼອດເດືອນ ມີນາ.
ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດເຂົ້າຮ່ວມ

ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ ປີນີ້ມີ 17 ກິດຈະກຳຫຼັກ, ເຕົ້າໂຮມເສື້ອຍາວເກືອບ 400 ຊຸດ, ນາງແບບ, ນັກສະແດງກວ່າ 600 ຄົນ ພ້ອມດ້ວຍທູດເຄື່ອງໝາຍການຄ້າ 37 ທ່ານ ໃນຫຼາຍຂົງເຂດ. ຈຸດເນັ້ນໜັກຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບ 37 ທ່ານ ທີ່ມາຈາກບັນດາເຂດພາກໃນທົ່ວປະເທດ, ພ້ອມທັງມີນັກອອກແບບສາກົນເຂົ້າຮ່ວມເປັນເທື່ອທຳອິດ, ໃນນັ້ນ ມີນັກອອກແບບມາຈາກ ຍີ່ປຸ່ນ. ທ່ານ ເລເຈືອງຮ່ຽນຮວ່າ, ຮອງຜູ້ອຳນວຍການພະແນກທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ຈຸດໃໝ່ຂອງງານບຸນປີນີ້ແມ່ນມີການເຂົ້າຮ່ວມຂອງນັກອອກແບບຫຼາຍຄົນທັງຢູ່ພາຍໃນ ແລະ ສາກົນອີກດ້ວຍ. ສິ່ງດັ່ງກ່າວສະແດງໃຫ້ເຫັນການເຊື່ອມໂຍງທີ່ນັບມື້ນັບຈະແຈ້ງຂອງງານບຸນຊຸດເສື້ອຍາວ ນະຄອນ ໂຮ່ຈີມິນ. ໄປຄຽງຄູ່ກັນນັ້ນ, ງານບຸນດັ່ງກ່າວຍັງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກ 168 ຕາແສງຢູ່ເຂດພິເສດ, ດ້ວຍຫຼາຍເຂດລົງຕົວຈິງອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ຈະປະກອບສ່ວນໂຄສະນາການທ່ອງທ່ຽວ, ວັດທະນະທຳຂອງນະຄອນ ໂຮ່ຈີມິນ”

TAG
VOV/VOVworld/ງານບຸນເສື້ອຍາວນະຄອນ ໂຮ່ຈີມິນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ