logo

ງານ​ບຸນດອກບານ ປີ 2026

2026/3/6 | 11:57:23
(VOVWORLD) - ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ. 
ຢູ່ເມືອງດ້ຽນບຽນຝູ, ການກະກຽມໄດ້ປະຕິບັດຢ່າງຮີບດ່ວນ (ພາບ: VOV)

ນັບແຕ່ວັນທີ 6 – 12 ມີນາ, ຢູ່ແຂວງດຽນບຽນ ໄດ້ດຳເນີນງານບຸນດອກບານ 2026 ເຊິ່ງແມ່ນງານບຸນໃຫຍ່ທີ່ສຸດໃນປີ ດ້ວຍຫຼາຍກິດຈະກຳວັດທະນະທຳ, ການທ່ອງທ່ຽວທີ່ພົ້ນເດັ່ນ. ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ. ໃນນັ້ນ, ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ແມ່ນບ່ອນຈັດຫຼາຍກິດຈະກຳວາດພາບບັນຍາກາດບັ້ນຮົບດ້ຽນບຽນຝູໃນເມື່ອກ່ອນ. ທ່ານນາງ ຫວູ້ທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ:

ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູປາດຖະໜາຢາກນຳມາໃຫ້ແຂກທ່ອງທ່ຽວຄວາມຮູ້ສຶກຫຼາຍຢ່າງ, ບໍ່ພຽງແຕ່ຜ່ານບັນດາວັດຖຸພັນ, ເລື່ອງລາວ ໂດຍບັນດາຜູ້ນຳທ່ຽວສະເໜີເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງບັນດາການສະແດງວາດພາບປະຫວັດສາດຢ່າງໃກ້ຊິດຕົວຈິງທີ່ສຸດ, ມີຊີວິດຊີວາທີ່ສຸດ. ຜ່ານນັ້ນ, ຊ່ວຍແຂກທ່ອງທ່ຽວ ແລະ ຊາວດ້ຽນບຽນຝູມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມລຳບາກກາກກຳ, ເຈດຈຳນົງຂອງທະຫານ ແລະ ປະຊາຊົນຫວຽດນາມ ເມື່ອປີ 1954.

TAG
VOV/VOVworld/ດ້ຽນ​ບຽນ​ຝູ/ການ​ທ່ອງ​ທ່ຽວ/ແຂກ​ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ