logo

ງານບຸນ ຕື່ເລືອງເຊິມ, ສະເຫຼີມສະຫຼອງ 1088 ປີແຫ່ງວັນໄຊຊະນະ ແບັກດັ່ງ

2026/3/2 | 09:40:18
(VOVWORLD) - ຕືເລືອງເຊິມ ແມ່ນປູຊະນີຍະສະຖານລະດັບຊາດພິເສດ, ແຫ່ງບູຊາ ດຶກເວືອງໂງກວ່ຽນ - ເປັນນັກວິລະຊົນແຫ່ງຊາດຊີ້ນຳນຳພາກອງທັບ ແລະ ປະຊາຊົນສ້າງເປັນໄຊຊະນະ ແບັກດັ່ງ ປີ 938
(ທີ່ງານບຸນ ຕື່ເລືອງເຊິມ ປີ 2026)

ງານບຸນ ຕື່ເລືອງເຊິມ ປີ 2026 ສະເຫຼີມສະຫຼອງ 1088 ປີແຫ່ງວັນໄຊຊະນະ ແບັກດັ່ງ ປະຫວັດສາດ ແລະ 1082 ປີແຫ່ງວັນເຖິງແກ່ມໍລະນະກຳຂອງ ດຶກເວືອງໂງກວ່ຽນ ໄດ້ຈັດຂຶ້ນໃນ 4 ວັນ, ແຕ່ວັນທີ 02 – 0 5 ມີນາ (ກົງກັບວັນທີ 14 – 17 ເດືອນ ຈຽງ ໄລ່ຕາມຈັນທະປະຕິທິນ) ຢູ່ກຸ່ມປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ຕືເລືອງເຊິມ, ຕາແສງ ດົງຫາຍ, ນະຄອນ ຫາຍຟ່ອງ.

ຕືເລືອງເຊິມ ແມ່ນປູຊະນີຍະສະຖານລະດັບຊາດພິເສດ, ແຫ່ງບູຊາ ດຶກເວືອງໂງກວ່ຽນ - ເປັນນັກວິລະຊົນແຫ່ງຊາດຊີ້ນຳນຳພາກອງທັບ ແລະ ປະຊາຊົນສ້າງເປັນໄຊຊະນະ ແບັກດັ່ງ ປີ 938, ເປີດສັງກາດເອກະລາດ, ເປັນເຈົ້າຕົນເອງຢ່າງຍາວນານຂອງຊາດ ຫວຽດນາມ. ທ່ານນາງ ຫງວຽນແຄັງຈີ, ຮອງຫົວໜ້າຄະນະກຳມະການປະຊາຊົນຕາແສງ ດົງຫາຍ, ຮອງຫົວໜ້າຄະນະຈັດງານບຸນ ຕືເລືອງເຊິມ, ປີ 2026 ໃຫ້ຮູ້ວ່າ:

“ນີ້ແມ່ນປີທຳອິດຈັດງານບຸນໃນເງື່ອນໄຂປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ. ດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ການເຂົ້າຮ່ວມຢ່າງຄົບຊຸດຂອງທັງລະບົບການເມືອງ, ມາຮອດປະຈຸບັນ, ທຸກເງື່ອນໄຂພື້ນຖານພິທີໄຂໃນວັນທີ 03 ມີນາ ໄດ້ຈັດຂຶ້ນຢ່າງເຄັ່ງຂຶມ ແລະ ຖືກຕາມຂໍ້ກຳນົດທີ່ເປັນມູນເຊື້ອ”.

TAG
VOV/VOVworld/​ປ​ູ​ຊະ​ນີ​/​ປະ​ຫວັດ​ສາດ/​ການ​ເມືອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ