
“ງານບຸນພາວະນາຟ້າຝົນຖືກດຳເນີນມາແຕ່ປາງກີ້ປາງກ່ອນ ແລະ ໄດ້ກາຍເປັນປະເພນີແລ້ວ, ດັ່ງນັ້ນຮອດເດືອນເມສາກໍໄປຫວ່ານແກນ. ພວກຂ້າພະເຈົ້າຍັງຈືດີຄຳສັ່ງສອນຂອງປູຍ່າຕາຍາຍແມ່ນຕ້ອງທຳພິທີພາວະນາຟ້າຝົນໃນເດືອນເມສາເພື່ອມີນ້ຳຮັບໃຊ້ການປູກເຂົ້າ, ພືດພັນຕ່າງໆ. ຖ້າບໍ່ເຮັດ, ພວກຜູ້ເຖົ້າໃນບ້ານບອກວ່າ ດິນຟ້າອາກາດຈະບໍ່ເອື້ອອຳນວຍຄວາມສະດວກ, ລະດູການຜະລິດຈະບໍ່ໄດ້ຮັບຜົນ”
ທ່ານ Quang Van muon ໃຫ້ຮູ້ວ່າ ງານບຸນພາວະນາຟ້າຝົນອຳນວຍແມ່ນບໍ່ຖືກຈັດຂຶ້ນໃນມື້ເປັນປະຈຳໃນເດືອນເມສາ. ວັນທຳພິທີພາວະນາຟ້າຝົນຈະຖືກຜູ້ອາຍຸສູງຄົນໜຶ່ງໃນບ້ານເລືອກເຟັ້ນເອົາ. ນີ້ແມ່ນຜູ້ທີ່ມີອິດທິພົນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຊາວບ້ານ,ເມື່ອເພິ່ນຍົກບັນດາຄຳຄິດຄຳເຫັນອອກມານັ້ນ, ຊາວບ້ານທຸກໆຄົນລ້ວນແຕ່ຕ້ອງປະຕິບັດຕາມ. ໃນມື້ທຳພິທີພາວະນາຟ້າຝົນ, ຍາມຕອນເຊົ້າ, ທຸກໆຄົນລ້ວນແຕ່ຕື່ນເຊົ້າໄປເຮັດໄຮ່, ອອກແຮງງານຄືມື້ທຳມະດາ. ລຸງ Luong van Khan ອາຍຸ 55 ປີໃຫ້ຮູ້ວ່າ:
“ ໃນມື້ທຳພິທີພາວະນາຟ້າຝົນ, ແຕ່ 7-8ໂມງ ແມ່ນໄປທົ່ງໄຮ່ເພື່ອຫວ່ານແກນ, ຮອດ 4-5 ໂມງແລງກໍກັບຄືນທຳພິທີພ້ອມກັບພໍ່ແມ່ພີນ້ອງຊາວບ້ານ. ໃນມື້ຈັດງານບຸນ, ມີຄວາມຟົດຟື້ນມ່ວນຊື່ນທີ່ສຸດ, ມີຟ້ອນລຳທຳເພງ, ຊາວບ້ານໄດ້ພາກັນມາຊົມຢ່າງຫຼວງຫຼາຍ. ຊາວບ້ານກໍຂ້າໝູຂ້າໄກ່ເພື່ອຊຸມແຊວນຳກັນ. ບໍ່ເຮັດ, ເຂົາກໍບໍຕິ, ແຕ່ຕາມຮີດຄອງປະເພນີຂອງຊົນເຜົ່າແລ້ວ, ບໍ່ເຮັດແມ່ນບໍ່ໄດ້. ຕ້ອງທຳພິທີຈຶ່ງຈະມີລະດູການໄດ້ຮັບຜົນດີ ”
ປະຊາຊົນທັງບ້ານກໍ ຮ່ວມກັນທຳພິທີໄຫ້ວບູຊາ. ວັດຖຸສິ່ງຂອງເພື່ອຖະຫວາຍບູຊາກໍບໍ່ຕ້ອງການສິ່ງຂອງທີ່ມີຄ່າ, ຫາກລ້ວນແຕ່ແມ່ນເຄື່ອງຂອງທີ່ພໍ່ແມ່ພີນ້ອງຊາວບ້ານຜະລິດເອງໄດ້. ນາງ Luong Thi Phuong ໃຫ້ຮູ້ວ່າ:
“ ຝົນຕົກຫຼາຍກໍບໍ່ໄດ້, ແດນຫຼາຍກໍບໍ່ດີ, ດັ່ງນັ້ນຄວາມຫວັງຂອງຊາວບ້ານແມ່ນຢາກໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ເພື່ອໃຫ້ລະດູການຜະລິດໄດ້ຮັບຜົນດີ, ຄອບຄົວມີຄວາມອີ່ມໜຳສຳລານ ສົມບູນພຸນສຸກ ”
ເມື່ຶອພິທີໄດ້ຮັບການປະຕິບັດເປັນທີ່ຮຽບຮ້ອຍແລ້ວ, ສຽງຄ້ອງສຽງກອງກໍດັງກ້ອງກັງວານຂຶ້ນ, ຊຶ່ງເປັນສັນຍານບອກເຕືອນເຊື້ອເຊີນຊາວບ້ານທຸກໆຄົນເຂົ້າຮ່ວມຝ້ອນລຳ. ບັນດາວາດຟ້ອນທີ່ອ່ອນນວນ, ບາດຍ້າຍຍົກຂາກໍເຕັ້ນດີດຕາມຈັງຫວະຂອງສຽງຄ້ອງສຽງກອງ. ບັນດາວາດຟ້ອນໃນມື້ຈັດພິທີພາວະນາຟ້າຝົນ ອຳນວຍລ້ວນແຕ່ວາດພາບເຖິງເທວະດາຟ້າແຖນ, ການພາວະນາຟ້າຝົນ, ການຫວ່ານແກນ... ນາງ Luong Thi Lua ໃຫ້ຮູ້ດ້ວຍຄວາມເບີກບານໃຈວ່າ :
“ ປີໜຶ່ງ, ງານບຸນນີ້ຖືກຈັດຂຶ້ນເທື່ອໜຶ່ງ. ເຖິງວ່າໃນປີ, ມີຫຼາຍງານບຸນກໍຕາມ, ແຕ່ງານບຸນ ພາວະນາຟ້າຝົນໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມເບີກບານໃຈ. ໃຜໆກໍລ້ວນແຕ່ຝາກຄວາມຫວັງເຂົ້າໃນງານບຸນ. ພວກຂ້າພະເຈົ້າມ່ວນຫຼາຍ. ການດຳລົງຊີວິດຂອງພວກຂ້າພະເຈົ້າລ້ວນແຕ່ອາໄສແຕ່ທົ່ງໄຮ່ທົ່ງນາ, ດັ່ງນັ້ນ, ຊາວ ບ້ານທຸກໆຄົນຕ່າງກໍຫວັງໃຫ້ດິນຟ້າອາກາດອຳນວຍຄວາມສະດວກ. ແລະ ພວກຂ້າພະເຈົ້າຟ້ອນລຳທຳເພງ ກໍເພື່ອໃຫ້ເທວະດາຟ້າແຖນເຂົ້າໃຈຄວາມມຸ່ງຫວັງຂອງພວກຂ້າພະເຈົ້າ ”




