logo

ງານ​ບຸນ​ອາ​ຫານ​ການ​ກິນ “ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ​​ໃນ​ກຸ່ມ ອາ​ຊຽນ 2022”

2022/11/25 | 08:11:00
(VOVWORLD) -ງານບຸນອາຫານການກິນ “ນ້ຳໃຈໄມຕີຈິດມິດຕະພາບໃນກຸ່ມ ອາຊຽນ 2022” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
ກິດຈະກຳດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ (ພາບ: VOV)

ດ້ວຍການເຂົ້າຮ່ວມຂອງຫ້າງຮ້ານເກືອບ 50 ຮ້ານ ເຊິ່ງໄດ້ປະດັບປະດາຕາມຄວາມເປັນເອກະລັກສະເພາະຂອງບັນດາປະເທດໃນ ອາຊຽນ, ໃນພິທີໄຂ, ງານບຸນດັ່ງກ່າວໄດ້ດຶງດູດການເຂົ້າຮ່ວມຂອງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນບັນດາປະເທດ ອາຊຽນ ທີ່ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ເພື່ອທ່ຽວຊົມ, ຊື້ເຄື່ອງຂອງ ແລະ ຊິມອາຫານຕ່າງໆ.

        ໃນຂອບເຂດຂອງງານບຸນ ເຊິ່ງດໍາເນີນແຕ່ວັນທີ 24 – 27 ພະຈິກ, ນອກຈາກລາຍການສະແດງສິລະປະວັດທະນະທຳທີ່ເປັນເອກະລັກສະເພາະ ແລະ ການປະກວດຊຸດອາພອນປະຈຳຊາດແລ້ວ,  ບັນດາປະເທດ ອາຊຽນ ຍັງມີລາຍການແນະນຳສິລະປະຊົງນ້ຳຊາ, ປຸງເຫຼົ້າ, ກາເຟ; ການແຂ່ງຂັນປະດັບປະດາຫ້າງຮ້ານສວຍງາມ; ການສະແດງສິລະປະຢູ່ທ້ອງຖະໜົນ ພ້ອມດ້ວຍກິດຈະກຳເຄື່ອນໄຫວອື່ນໆອີກດ້ວຍ. ງານບຸນດັ່ງກ່າວ ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 55 ປີ (1967 – 2022).  


TAG
VOV/VOVworld/ງານ​ບຸນ​ອາ​ຫານ​ການ​ກິນ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ