ຮອດຍາມລະດູບານໃໝ່ໃນແຕ່ລະປີ, ພໍ່ແມ່ປະຊາຊົນເຜົ່າເມື່ອງຢູ່ຫວຽດນາມເຄີຍຈັດຕັ້ງງານບຸນປະເພນີຂອງເຜົ່າຕົນຂຶ້ນ. ພໍ່ແມ່ປະຊາຊົນເຜົ່າເມື່ອງມີຫຼາຍງານບຸນ, ແຕ່ພົ້ນເດັ່ນແມ່ນ ງານບຸນເຈົ້າແມ່ ແທ໋ງເມົ້າຕ້ານວຽນເຊີນຂອງ ພໍ່ແມ່ປະຊາຊົນເຜົ່າເມື່ອງຢູ່ທີ່ບ້ານ ອຽນກື ປະຈຸບັນແມ່ນບ້ານ ອຽນຮົ່ງ ຕາແສງເຕີນລິ້ນເມືອງ ບາວີ່-ຮ່າໂນ້ຍ. ຕາມປະເພນີແລ້ວ, ໃນແຕ່ລະປີຮອດວັນເພັງເດືອນ 8 ໄລ່ຕາມຈັນທະປະຕິທິນ, ພໍ່ແມ່ປະຊາຊົນໄດ້ພ້ອມກັນປະກອບເຫື່ອແຮງ, ວັດຖຸເພື່ອຈັດງານບຸນເຈົ້າແມ່ ແທ໋ງເມົ້າຕ້ານວຽນເຊີນ ຊຶ່ງແມ່ນງານບຸນເຊີດຊູເຈົ້າແມ່ ແທ໋ງເມົ້າ ຜູ້ໄດ້ໃຫ້ກຳເນີດພະອໍລະຫັນ ຕ້ານວຽນເຊີນ ຊຶ່ງແມ່ນ1 ໃນຈຳນວນ 4 ບຸກຄົນທີ່ຍິ່ງໃຫຍ່ເປັນອະມະຕະຂອງຊາດຫວຽດນາມ. ເພາະສະນັ້ນ, ງານບຸນເຈົ້າແມ່ ແທ໋ງເມົ້າຕ້ານວຽນເຊີນ ແມ່ນມີຄວາມໝາຍດ້ານຈິດວິນຍານຢ່າງເລິກເຊິ່ງຂອງວົງຄະນະຍາດຊົນເຜົ່າເມື່ອງ. ທ່ານ ຫງວຽນວັນກຸ້ຍ ຊາວບ້ານອຽນຮົ່ງ, ຕາແສງເຕີນລິ້ນໃຫ້ຮູ້ວ່າ:
“ ແຕ່ລະປີຮອດວັນເພັງເດືອນ 8, ປະຊາຊົນຢູ່ແຫ່ງນີ້ຈັດ ງານບຸນເຈົ້າແມ່ ແທ໋ງເມົ້າຕ້ານວຽນເຊີນ, ນີ້ແມ່ນງານບຸນທີ່ເຕັມໄປດ້ວຍສີສັນຂອງຊົນເຜົ່າເມື່ອງຢູ່ແຫ່ງນີ້. ເປັນເອກະລັກສະເພາະກ່ວາໝູ່ໃນງານບຸນ, ນັ້ນແມ່ນບັນດາຜູ້ຄົນນຸ່ງຊຸດອາພອນປະຈຳເຜົ່າທຳການສະແດງຕີຄ້ອງ, ຂັບລຳທຳເພງພື້ນເມືອງຂອງເຜົ່າເມື່ອງ ”
ງານບຸນຖືກເລີ່ມຕົ້ນດ້ວຍພິທີແຫ່ນ້ຳ, ພິທີໄຫວ້ບູຊາຂອງ 5 ໝູ່ບ້ານໃນຕາແສງ, ຫຼັງຈາກນັ້ນ, ກອງໄຫວ້ບູຊາເພດຊາຍທຳພິທີກາບທູນເຈົ້າແມ່ແທ໋ງເມົ້າຊຶ່ງລວມມີພິທີຖະຫວາຍເຂົ້າໜຽວ, ດອກໄມ້ທູບທຽນ, ເຫຼົ້າ, ໝາກພູ, ກ່ອນທີ່ຈະແຫ່ວໍເຈົ້າແມ່ ແລະ 2 ພະນາງ ໄປຍັງເດີນວິຫານເພື່ອທຳພິທີແຫ່ວໍ. ຮອດໂມງທີ່ໄດ້ກຳນົດ, ພິທີແຫ່ວໍເຈົ້າແມ່ແທ໋ງເມົ້າ ແລະ 2 ພະນາງຖືກຈັດຂຶ້ນຢ່າງເຄັ່ງຂຶມ. ຊາວບ້ານທຸກໆຄົນໄດ້ພາກັນຕິດຕາມຂະບວນແຫ່ວໍ ຊຶ່ງຍ່າງອ້ອມແອ້ມບໍລິເວນວິຫານ, ຜ່ານໜອງຢ່າຍເບັ້ງ , ໜອງຕິກຖຸຍ, ເດີນວັດຮ່ວາງລອງບາວເອີນ, ແລ້ວກັບຄືນເດີນວິຫານເຈົ້າແມ່ແທ໋ງເມົ້າ. ໃນຕະຫຼອດເວລາດຳເນີນພິທີແຫ່ວໍນັ້ນ, ການສະແດງຕິີຄ້ອງແມ່ນສິ່ງທີ່ຂາດບໍ່ໄດ້, ເພາະວ່າສິ່ງນີ້ແມ່ນວັດທະນະທຳເປັນເອກະລັກສະເພາະຂອງຊົນເຜົ່າເມື່ອງ. ກ່ອນນີ້, ໃນງານບຸນຍັງຈັດການລະຫຼິ້ນຕ່າງໆທີ່ເປັນເອກະລັກຄື: ແຂ່ງຂັນຍິງທະນູ, ການປະກວດປຸ່ງແຕ່ງອາຫານ ແລະອື່ນໆ. ໂດຍຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ງານບຸນ ເຈົ້າແມ່ແທ໋ງເມົ້າ ຂອງຊົນເຜົ່າເມື່ອງກໍມີບາງໄລຍະຖືກຕັດຕອນ, ຖືກສູນຫາຍໄປ, ແຕ່ນັບຕັ້ງແຕ່ປີ 2011ເປັນຕົ້ນມາ, ງານບຸນເຈົ້າແມ່ ແທ໋ງເມົ້າຕ້ານວຽນເຊີນ ຢູ່ບ້ານອຽນກື ຄ່ອຍໆໄດ້ຮັບການຟື້ນຟູ, ອັນໄດ້ປະກອບສ່ວນປຸກລຸກມູນເຊື້ອວັດທະນະທຳທີ່ມີມາແຕ່ດຶກດຳບັນຂອງວົງຄະນະຍາດຊົນເຜົ່າເມື່ອງ. ທ່ານ ບຸຍຮິ້ວດັງ ສະມາຊິກໃນຄະນະຈັດຕັ້ງງານບຸນໃຫ້ຮູ້ວ່າ:
“ ພວກຂ້າພະເຈົ້າໄດ້ຟື້ນຟູສ້າງຕັ້ງກອງໄຫວ້ບູຊາເພດຊາຍ, ເພດຍິງ, ກອງຟ້ອນ, ກອງຕີຄ້ອງ. ແຕ່ລະປີ, ບັນດາກອງສິລະປະນີ້, ນອກຈາກວຽກງານຮັບໃຊ້ງານບຸນຢູ່ສາລາ, ວັດວາອາຮາມແລ້ວ, ກໍຍັງໄປສະແດງຢູ່ເຂດທ່ອງທ່ຽວຕ່າງໆອີກດ້ວຍ.




