logo

ງານ​ບຸນ ແຈກ​ຢາຍ​ທັນ​ສະຫານ - ເປີດ​ປະ​ທັບ​ຕາກາ​ຈ້ຳ ດຶກ​ແທັ້ງ​ເຈິ່ນ 2026

2026/3/3 | 08:37:51
(VOVWORLD) - ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ.
ພິທີກຳຖະຫວາຍທັນສະຫານ, ນ້ຳ ເຂົ້າວິຫານເຈິ່ນເທືອງ (ພາບ: TTXVN)

ຕອນຄ່ຳວັນທີ 2 ມີນາ (ກົງກັບວັນທີ 14 ເດືອນຈຽງປີມະເມຍ ໄລ່ຕາມຈັນທະປະຕິທິນ), ວັນບຸນ ແຈກຢາຍທັນສະຫານ ດຶກແທັ້ງເຈິ່ນ ຢູ້ວິຫານ ເຈິ່ນເທືອງ ໄດ້ຈັດຂຶ້ນຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານເຈິ່ນເທືອງ, ຕາແສງ ເຈິ່ນຮຶງດ້າວ (ແຂວງນິງບິ່ງ). ງານບຸນມີຄວາມໝາຍພາວະນາຂໍ້ໃຫ້ ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມອີ່ມໜຳສຳລານ, ສົມບູນພູມສຸກ, ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການເກັບກຽວໄດ້ຮັບຜົນດີ, ມີໂຊກມີໄຊ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ສະແດງໃຫ້ເຫັນຄາດຫວັງກ່ຽວກັບປະເທດຈະເລີນຮຸ່ງເຮືອງ, ພັດທະນາແບບຍືນຍົງ. ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ - ວັດນະທະທຳແຫ່ງຊາດ ພິເສດວິຫານເຈິ່ນ - ວັດທາບ, ເມືອງນາມດິ້ງ, ແຂວງນິງບິ່ງໄດ້ດຳເນີນງານບຸນເປີດປະທັບຕາ ວິຫານເຈິ່ນລະດູບານໃໝ່ປີມະເມຍ 2026.

TAG
VOV/VOVworld/ພິ​ທີ​ກຳ/ວັນ​ບຸນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ