logo

ງານບຸນ ແຊນໂດນຕາ ຂອງພໍ່ແມ່ພີ່ນ້ອງເຜົ່າ ຂະແມ.

2025/9/22 | 11:26:00
(VOVWORLD) -ງານບຸນ ແຊນໂດນຕາ ແມ່ນໜຶ່ງໃນສາມງານບຸນໃຫຍ່ກວ່າໝູ່ໃນປີຂອງຊາວເຜົ່າ ຂະແມ ພ້ອມກັບບຸນປີໃໝ່ ຈອນຈະນຳເທີໄມ ແລະ ພິທີ ອັອກອອມບັອກ. ໃນການດຳເນີນງານບຸນເປັນເວລາ 3 ວັນ, ພໍ່ແມ່ພີ່ນ້ອງກໍ່ໄດ້ຈັດຕັ້ງຖວາຍເຂົ້າຕໍ່ພະສົງສຳມະເນນ, ໄຫວ້ບູຊາບັນພະບູລຸດ, ຟ້ອນລຳທຳເພງພື້ນເມືອງ ແລະ ເຂົ້າຮ່ວມຫຼາຍກິດຈະກຳຊຸມຊົນ
ຖວາຍເຂົ້າໃຫ້ພະສົງໃນວັດ

     ປີນີ້ງານບຸນ ແຊນໂດນຕາ ຖືກດຳເນີນໃນ 3 ວັນ ແຕ່ວັນທີ 21 ຫາ 23 ກັນຍາ ແຕ່ກ່ອນນັ້ນ ເກືອນໜຶ່ງເດືອນ, ບັນຍາກາດກໍ່ໄດ້ຟົດຟື້ນມ່ວນຊື່ນຢູ່ແລ້ວ. ຢູ່ຕາມວັດ ຂະແມ ໃນນະຄອນ ເກິ່ນເທີ, ກ່າເມົາ, ອານຢາງ, ຫວິງລັອງ, ພໍ່ແມ່ພີ່ນ້ອງໄດ້ພາກັນໄປວັດເພື່ອໄຫວ້ບູຊາ ພະພຸດທະເຈົ້າ, ຖວາຍເຂົ້າໃຫ້ແກ່ພະສົງສຳມະເນນ. ງານບຸນ ແຊນໂດນຕາ ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ລູກຫຼານມຸ່ງໄປສູ່ກົກເຄົ້າເຫງົ້າກໍເທົ່ານັ້ນ ຫາກຍັງເປັນການຢັ້ງຢືນມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ ແລະ ເສີມສ້າງກຸ້ມກ້ອນມະຫາສາມກຄີໃນວົງຄະນາຍາດເຜົ່າ ຂະແມ ອີກດ້ວຍ. ທ່ານ ແທັກສະລອດ ຢູ່ຕາແສງ ໂດນເຈົາ ແຂວງ ຫວິງລັອງ ເປີດເຜິຍວ່າ:

“ຕ້ອນຮັບງານບຸນ ແຊນໂດນຕາ ປີນີ້, ຊາວເຜົ່າ ຂະແມ ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນ. ຍ້ອນມີການນຳພາຂອງພັກ ແລະ ຄວາມອົາໃຈໃສ່ລົງທຶນຂອງລັດໃນຫຼາຍຂົງເຂດ, ດັ່ງນັ້ນ ຊີວິດທາງດ້ານຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນຊາວເຜົ່າ ຂະແມ ນັບມື້ນັບໄດ້ຮັບການປົວແປງໃຫ້ດີຂຶ້ນ“

     ພາຍຫຼັງໄປວັດ, ຖວາຍເຂົ້າໃຫ້ພະສົງສຳມະເນນ, ຈູດທູບທຽນອາໄລຫາປູ່ຍ່າຕາຍາຍຜູ້ທີ່ໄດ້ລ່ວງລັບໄປແລ້ວ, ພໍ່ແມ່ພີ່ນ້ອງກໍ່ໄດ້ພາກັນເຂົ້າຮ່ວມການຫຼິ້ນເກມພື້ນເມືອງ ແລະ ຟ້ອນລຳທຳເພງ… ພະອາຈານ ແຢັງໂດລາ ຢູ່ວັດ ດົ່ງແຈັງ ຕາແສງ ຫວິງບິ່ງ ແຂວງ ອານຢາງ ໃຫ້ຮູ້ວ່າ:

“ສຳລັບ ຊາວເຜົ່າ ຂະແມ ແລ້ວ, ງານບຸນ ແຊນໂດນຕາ ບໍ່ພຽງແຕ່ແມ່ນພິທີກຳທາງດ້ານຈິດວິນຍານເທົ່ານັ້ນ ຫາກຍັງແມ່ນໂອກາດ ເພື່ອໃຫ້ຊຸມຊົນຮັດແໜ້ນຄວາມສາມັກຄີ. ປີນີ້ຄວາມເບີກບານມ່ວນຊື່ນນັບມື້ນັບສົມບູນຫຼາຍຂຶ້ນ ຂະນະທີ່ປະເທດຊາດພວມປ່ຽນແປງໃໝ່ຢ່າງແຂງແຮງ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ລະດົມກຳລັງໃຈໃຫ້ແກ່ປະຊາຊົນ ເພື່ອຮັກສາສີສັນວັດທະນະທຳບັນດາເຜົ່າ”.

ທ່ານ ວີຕີວະໄລ ຫົວໜ້າຄຸ້ມບ້ານ ຝຸ໋ລີ1 ຕາແສງ ດົງແທັ່ງ ແຂວງ ຫວິງລັອງ ໃຫ້ຮູ້ວ່າ ອຳນາດການປົກຄອງທ້ອງຖິ່ນຍາມໃດກໍ່ເອົາໃຈໃສ່ເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ພໍ່ແມ່ປະຊາຊົນຄື ໄດ້ໜູນຊ່ວຍຄອບຄົວທຸກຍາກ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ສົ່ງເສີມຊາວໜຸ່ມເຂົ້າຮ່ວມກິດຈະກຳວັດທະນະທຳ - ກິລາ. ທ່ານ ວີຕີວະໄລ ເປີດເຜີຍວ່າ:

 “ໃນໂອກາດງານບຸນ ແຊນໂດນຕາ, ອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ລົງຢ້ຽມຢາມຖາມຂ່າວມອບຂອງຂວັນໃຫ້ຄູບາພະສົງສຳມະເນນ, ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ພະນັງງານລັດຖະກອນ ແມ່ນຊາວເຜົ່າຂະແມ. ປີນີ້ພ້ອມກັບການຜັນຂະຫຍາຍບັນດານະໂນບາຍໃຫຍ່ຂອງພັກ, ພິເສດແມ່ນການສັບຊ້ອນອຳນາດການປົກຄອງສອງຂັ້ນ, ປະຊາຊົນກໍ່ໄດ້ຮັບການແກ້ໄຂລະບຽບການບໍລິຫານຢ່າງວ່ອງໄວ ແລະ ສະດວກສະບາຍກວ່າເກົ່າ”.

ຕ້ອນຮັບງານບຸນ ແຊນໂດນຕາ ໃນປີນີ້ ໃນຊາຍຄາໃໝ່ທີ່ອົບອຸ່ນ ແລະ ໃຫຍ່ໂຕ, ພ້ອມກັບຄວາມມ່ວນຊື່ນຢູ່ຕາມໝູ່ບ້ານ, ພໍ່ແມ່ພີ່ນ້ອງເຜົ່າ ຂະແມ ໃນຕາແສງ  ຖ້ວນຮວ່າ ນະຄອນ ເກິ່ນເທີ ເພີ່ມຄວາມເຊື່ອໝັ່ນຕໍ່ການນຳພາຂອງພັກ ແລະ ລັດ ແລະ ອຳນາດການປົກຄອງທ້ອງຖິ່ນ. ທ່ານ ນາງ ເຈົາຮົ່ງຮວາ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ ຖ້ວນຮວ່າ ໃຫ້ຮູ້ວ່າ:

 “ທາງຕາແສງໄດ້ເລັງໃສ່ການເບິ່ງແຍງປະຊາຊົນຜູ້ທຸກຍາກ ດ້ວຍການຜັນຂະຫຍາຍນະໂຍບາຍຂອງພັກ ແລະ ລັດຕໍ່ປະຊາຊົນເປັນຕົ້ນແມ່ນຄອບຄົວຊາວເຜົ່າສ່ວນໜ້ອຍ. ລະອຽດໃນໄລຍະທີ່ຜ່ນມາທາງຄະນະຕາແສງໄດ້ໜູນຊ່ວຍ 108 ຄອບຄົວ ກໍ່ສ້າງສ້ອມແປງປຸກເຮືອນຫຼັງໃໝ່, ຈັດຕັ້ງຊຸດອົບຮົມວິຊາຊີບໃຫ້ແກ່ຫຼາຍກວ່າ 2.300 ຄົນ”.

ໃນຄວາມເບີກບານມ່ວນຊື່ນເຕົ້າໂຮມກັບຄອບຄົວ, ໃນທ່າມກາງສຽງດົນຕີກັງວານຂຶ້ນຢູ່ຕາມວັດ, ງານບຸນ ແຊນໂດນຕາ ໃນປີນີ້, ພໍ່ແມ່ພີ່ນ້ອງກໍ່ໄດ້ມີຄວາມຕັດສິນໃຈຮັກສາສີສັນວັດທະນະທຳບັນດາເຜົ່າ, ສ້າງພາບພົດຫຼາກຫຼາຍສີສັນຂອງວົງຄະນາຍາດ 54 ຊົນເຜົ່າຢູ່ປະເທດ ຫວຽດນາມ.

TAG
VOV/VOVworld/ງານບຸນ ແຊນໂດນຕາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ