logo

ງານວາງສະແດງ “ທຽນກວາງ” - ເຊີດຊູສິ່ງຍອດຍິ່ງຂອງອາຊີບຫັດຖະກຳ

2024/12/30 | 10:00:00
(VOVWORLD) -ໃນຊຸມວັນນີ້, ໃນເຂດ ຖາຍຫອກ ທີ່ເຂດປູຊະນີຍະສະຖານລະດັບຊາດພິເສດ ວັນໝຽວກວັກຕື໋ຢ໊າມ ພວມຈັດງານວາງສະແດງສິລະປະຍຸກປັດຈຸບັນດ້ວຍຫົວຂໍ້ “ທຽນກວາງ”. ງານວາງສະແດງ ແມ່ນການສືບຕໍ່ບັນດາລາຍການສິລະປະດ້ວຍງານວາງສະແດງສອງຄັ້ງຄືໃນປີ 2022 ແລະ 2023. ງານວາງສະແດງ “ທຽນກວາງ” ແນະນຳເລື່ອງລາວກ່ຽວກັບແສງສະຫວ່າງທີ່ສັກສິດຂອງດິນ ແລະ ຟ້າ ເຊິ່ງໄດ້ສາດສ່ອງລົງ ທັງລອງ ເຊິ່ງແມ່ນແຫ່ງເຕົ້າໂຮມວັດທະນະທຳປະຫວັດສາດ ແລະ ສິ່ງທີ່ຍອດຍິ່ງຂອງອາຊີບຫັດຖະກຳທີ່ມີມາແຕ່ດົນນານ ອັນໄດ້ເຮັດໃຫ້ມວນຊົນມີການຄົ້ນຫາທາງດ້ານສິລະປະທີ່ເປັນໜ້າຈັບໃຈ
ພິທີໄຂງານວາງສະແດງ “ທຽນກວາງ” ຢູ່ວັນໝຽວກວັກຕື໋ຢ໊າມ

       ບັນດາຜະລິດຕະພັນທີ່ນຳມາວາງສະແດງທີ່ງານວາງສະແດງ “ທຽນກວາງ” ໄດ້ວາດພາບເຖິງການພັດທະນາຂອງບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຄື ອາຊີບຕ່ຳແພໄໝ, ອາຊີບຫຍິບປັກທັກແສ່ວ, ອາຊີບຫຼໍ່ທອງ, ອາຊີບຕີເຫຼັກ, ອາຊີບຕີເງິນຄຳ, ອາຊີບເຮັດເຄື່ອງເຟີນີເຈີ… ຂອງ ທັງລອງ ເມື່ອກ່ອນນີ້.       ນາງ ຫງວຽນທິຢວຽນ ຜູ້ມາຊົມງານວາງສະແດງໃຫ້ຮູ້ວ່າ:

     “ເມື່ອຍ່າງເຂົ້າໄປ, ຂ້າພະເຈົ້າເຫັນບັນດາຮູບແຕ້ມໃສ່ແຜ່ນຮູບວົງມົນປຽບເໝືອນພາເຂົ້າ. ຕໍ່ມາແມ່ນກີ່ຕ່ຳຫູກ ແລ້ວກໍ່ແມ່ນລະບົບໂຄມໄຟ, ດອກໄຟແລັດ ແຕ່ຖືກເຮັດດ້ວຍຢາງກົມໂປສິດ. ຂ້າພະເຈົ້າຮູ້ສຶກມີຄວາມໃໝ່ອ່ຽມ ແລະ ປະທັບໃຈທີ່ສຸດ”.

      ງານວາງສະແດງ “ທຽນກວາງ” ມີຄວາມໝາຍວ່າ ແສງສະຫວ່າງຈາກແດນສະຫວັນ, ງານວາງສະແດງມີຄວາມດຶງດູດໃຈເປັນພິເສດດ້ວຍການປະສານສົມທົບຢ່າງກົມກຽວ ລະຫວ່າງວັດສະດຸໄດ້ສ້າງຂຶ້ນຜະລິດຕະພັນສິລະປະກຳຈັດວາງ ແລະ ແສງສະຫວ່າງ. ມາຊົມງານວາງສະແດງ, ນາງ ຟ້າມແທັງຕວຽນ ເປີດເຜີຍວ່າ:

     “ຂ້າພະເຈົ້າເຫັນວ່າ ເຂດວາງສະແດງແມ່ນເປັນໜ້າຈັບໃຈທີ່ສຸດ. ບັນດານັກສິລະປະໄດ້ນຳແສງສະຫວ່າງສົມທົບກັບບັນດາຜະລິດຕະພັນກໍ່ເປັນໜ້າຈັບໃຈທີ່ສຸດ. ຂ້າພະເຈົ້າຮູ້ສຶກປະທັບໃຈກ່ຽວກັບວິທີຈັດວາງ ແລະ ວິທີສະແດງຜະລິດຕະພັນແຕ່ລະຢ່າງກໍ່ມີຄວາມເປັນເອກະລັກສະເພາະ”.

     ດ້ວຍແນວຄວາມຄິດຢາກເຊີດຊູຮູບພາບຂອງງແມ່ຍິງ ຫວຽດນາມ ຜ່ານສັນຍາລັກເຮືອແພໄໝ ແລະ ຟັກຫຼອກ, ຈິດຕິກອນ ຟາມມິງແບັກ ແລະ ຮ່າຟ້າມ ໄດ້ມີການສົມທົບກັນ ເພື່ອສ້າງຜະລິດຕະພັນສິລະປະກຳທີ່ມີຊື່ວ່າ ຢອດແຮ້ງ - ເຕີຫວ່າງ”. ຈິດຕະກອນ ຟາມມິງແບັກ ເປີດເຜີຍວ່າ:

     “ຜະລິດຕະພັນນີ້ ໃສ່ຊື່ວ່າ ຢອກແຮ້ງ - ເຕີຫວ່າງ” ມີຄວາມໝາຍວ່າ ຢາກເວົ້າເຖິງຄວາມດຸໝັ່ນຂະຫຍັນພຽນຄວາມມານະອົດທົນອອກແຮງງານຂອງແມ່ຍິງຫວຽດນາມ ດ້ວຍອາຊີບປູກມອນລ້ຽງມ້ອນຕ່ຳແພໄໝ,ສາວໄໝຕະຫຼອດຮອດ ການຕ່ຳແພໄໝ ພ້ອມທັງເວົ້າເຖິງຄຸນຄ່າຂອງຜ້າໄໝ ຫວຽດນາມ”.

     ໃນຂະນັ້ນ ນັກສະຖາປະນິກ - ນັກປະຕິມາກອນ ຫງວຽນເຈື່ອງຢາງ ມີແນວຄວາມຄິດຈາກການພັດທະນາຂອງໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ເພື່ອສ້າງຜະລິດຕະພັນ “ທຽນດັງ” ດ້້ວຍການປະກອບຂອງໂຄມໄຟ ຫຼາຍກວ່າ 40 ໜ່ວຍຖືກເຮັດດ້ວຍເຄື່ອງປັ້ນດິນເຜົາ ແລະ ໂຮມເຂົ້າກັນເປັນຮູບວົງມົນຢ່າງບໍ່ຂາດສາຍ ມີການເຄື່ອນເໜັງຢ່າງບໍ່ສິ້ນສຸດ. ຫງວຽນເຈື່ອງຢາງ ເປີດເຜີຍວ່າ:

    “ຜະລິດຕະພັນທີ່ມີຊື່ວ່າ “ທຽນດັງ” ດັ່ງນັ້ນ ຂ້າພະເຈົ້າກໍ່ອີງໃສ່ເລື່ອງລາວທີ່ມາແຕ່ດົນນານຂອງ ຫວຽດນາມ. ຫວຽດນາມ ມີກົກໄມ້ໄຜ່ຮ້ອຍປ້ອງໃນເລື່ອງນິທານ. ກົກໄມ້ໄຜ່ຮ້ອຍປ້ອງ ດັ່ງນັ້ນກໍ່ສາມາດຂະຫຍາຍຂຶ້ນສູງທີ່ສຸດ ແລະ ສາມາດປະສານສົມທົບກັບວັດສະດຸຫຼາຍຢ່າງ ເພື່ອສະແດງໃຫ້ເຫັນເລື່ອງລາວແສງສະຫວ່າງຂອງມັນ”.

      ດ້ວຍບັນດາຜະລິດຕະພັນສິລະປະກຳສະແດງໃຫ້ເຫັນບັນດາອາຊີບຫັດຖະກຳທີ່ມີຊື່ສຽງຂອງດິນແດນ ທັງລອງ ເມື່ອກ່ອນນີ້,ງານວາງສະແດງໄດ້ປະສົບຜົນສຳເລັດ ເມື່ອເຊີດຊູບັນດາໝູ່ບ້ານອາຊີບທີ່ໄດ້ສ້າງເປັນຄຸ້ມຖະໜົນ 36 ສາຍ ເຊິ່ງເປັນສັນຍາລັກຂອງດິນແດນ ທັງລອງ ໃນຕະຫຼອດໄລຍະປະຫວັດສາດນັບພັນປີ. ຜ່ານນັ້ນກໍ່ເປັນການສຶກສາອົບຮົມໄວໝຸ່ມມີຄວາມຮັກຕໍ່ມໍລະດົກວັດທະນະທຳ ແລະ ປະຫວັດສາດ. 
TAG
VOV/VOVworld/ງານ​ວາງ​ສະ​ແດງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ