logo

ງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ”

2020/12/2 | 04:55:00
    

ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ” ຢາກແນະນຳກັບຜູ້ຊົມກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື  ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດໃນປະຈຸບັນ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ.

ທີ່ພິທີເປີດງານວາງສະແດງ, ບັນດາແຂກຖືກເຊີນໄດ້ຮັບຟັງບັນດາບົດເພງ, ວາດຟ້ອນຂ່ຳນັບຊົມເຊີຍ ແລະ ຮັບຟັງບົດກ່າວຄຳເຫັນກ່ຽວກັບຄວາມໝາຍຂອງງານວາງສະແດງຄັ້ງນີ້.

ສະແດງສິລະປະດ້ວຍບັນດາບົດເພງກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ - ລາວ ເປີດສາກລາຍການ
ຜູ້ແທນ ແລະ ແຂກຖືກເຊີນເຂົ້າຮ່ວມລາຍການ.
ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຕະກວາງດົງ ໃຫ້ຮູ້ວ່າ: ຜ່ານງານວາງສະແດງຄັ້ງນີ້, ພ້ອມກັບການພົວພັນທາງດ້ານການເມືອງ, ເສດຖະກິດ, ການຮ່ວມມືພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ - ລາວ ຈະເປັນການປະກອບສ່ວນສຳຄັນເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 45 ປີ ແລະ ສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ໂດຍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ສະຫງວນການສະໜັບສະໜູນອັນໃຫຍ່ຫຼວງ, ການຊ່ວຍເຫຼືອອັນລ້ຳຄ່າໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນຕະຫຼອດໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ກໍຄືໃນປະຈຸບັນ.

ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ.

ເຂດງານວາງສະແດງການພົວພັນລະຫວ່າງຫວຽດນາມ - ລາວ.
ຮູບພາບແນະນຳກ່ຽວກັບໄລຍະປະຫວັດສາດສາຍພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ.
… ກ່ຽວກັບປະທານ ໄກສອນ ພົມວິຫານ
ບັນດາການຢ້ຽມຢາມເຊິ່ງກັນແລະກັນ, ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ.
ປະເທດຈຳປາທີ່ສວຍງາມ-ປະເທດລາວ ປ່ຽນແປງໃໝ່.
ທ່ານຮອງລັດຖະມົນຕີ ຕະກວາງດົງ ແລະ ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ພ້ອມກັບແຂກຖືກເຊີນໄປຢ້ຽມຢາມງານວາງສະແດງ.
ແຂກມາຢ້ຽມຊົມງານວາງສະແດງ.

ທ່ານເອກອັກຄະລັດຖະທູດລາວ ແສງເພັດ ຮຸ່ງບຸນຍວງ ຖ່າຍຮູບພ້ອມກັບເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດເຂົ້າຮ່ວມງານວາງສະແດງ.

ງານວາງສະແດງໄດ້ຈັດຂຶ້ນແຕ່ວັນທີ 01 – 05 ທັນວາ 2020, ຢູ່ຫໍພິພິຕະພັນໂຮ່ຈີມິນ, ເລກທີ 19 ງອັກຮ່າ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ.

TAG


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ