logo

ງາ​ນ​ວາງ​ສະ​ແດງ​ຮູບ​ຖ່າຍ “ການ​ພ​ົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ”

2020/12/1 | 11:06:00
(VOVWORLD) -  “ງານວາງສະແດງຮູບຖ່າຍຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນມູນເຊື້ອໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມກັນມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືນັບມື້ນັບຍືນຍົງ ແລະ ມີປະສິດທິຜົນ. ງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳມີຄວາມໝາຍຕັກເຕືອນປະຊາຊົນສອງປະເທດລຸ້ນຕ່າງໆ ຄວນຈົດຈຳມູນເຊື້ອການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ..."

  ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສປປ ລາວ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານວາງສະແດງຮູບຖ່າຍ “ການພົວພັນມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ” ຂຶ້ນຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 01 – 05 ທັນວາ.

ບັນດາຜູ້ແທນເຂົ້າຮ່ວມພິທີໄຂ 

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຖືວ່າ:

ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່າວຄຳ ເຫັນທີ່ພິທີໄຂ

“ງານວາງສະແດງຮູບຖ່າຍຄັ້ງນີ້ ແມ່ນໂອກາດເພື່ອໃຫ້ພວກເຮົາທົບທວນຄືນມູນເຊື້ອໄມຕີຈິດມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມກັນມຸ່ງໄປສູ່ອະນາຄົດແຫ່ງການຮ່ວມມືນັບມື້ນັບຍືນຍົງ ແລະ ມີປະສິດທິຜົນ. ງານວາງສະແດງແມ່ນການເຄື່ອນໄຫວວັດທະນະທຳມີຄວາມໝາຍຕັກເຕືອນປະຊາຊົນສອງປະເທດລຸ້ນຕ່າງໆ ຄວນຈົດຈຳມູນເຊື້ອການພົວພັນສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຜ່ານງານວາງສະແດງຄັ້ງນີ້ ພ້ອມກັບການພົວພັນດ້ານການເມືອງ, ເສດຖະກິດ, ການພົວພັນຮ່ວມມື, ແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ຈະປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.”

  ດ້ວຍຮູບຖ່າຍກວ່າ 100 ແຜ່ນ, ງານວາງສະແດງຄັ້ງນີ້ຢາກແນະນຳເຖິງຜູ້ຊົມສາຍພົວພັນແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ໃນຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື  ຂະບວນວິວັດການແຫ່ງການປ່ຽນແປງໃໝ່ ແລະ ສ້າງສາປະເທດຊາດ, ຢັ້ງຢືນຄວາມຕັດສິນໃຈຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃຫ້ສາຍພົວພັນ ຫວຽດນາມ - ລາວ ໝັ້ນຄົງທະໜົງແກ່ນໄປຊົ່ວກາລະນານ. ງານວາງສະແດງກສຸມໃສ່ແນະນຳເຖິງທ່ານຜູ້ຊົມກ່ຽວກັບຊີວິດ ແລະ ພາລະກິດແຫ່ງການປະຕິວັດຂອງປະທານ ໄກສອນ ພົມວິຫານ - ເຊິ່ງເປັນເພື່ອນມິດສະຫາຍທີ່ສະໜິດສະໜົມຂອງພັກກອມມູນິດ ຫວຽດນາມ ແລະ ປະຊາຊົນ ຫວຽດນາມ; ແນະນຳຮູບພາບ, ປະເທດລາວ ລ້ານຊ້າງ ທີ່ສວຍງາມ, ມີມູນເຊື້ອປະຫວັດສາດ ແລະ ວັດທະນະທຳຫຼາຍຢ່າງ, ພິເສດແມ່ນບັນດາຜົນງານສຳຄັນ ເຊິ່ງປະຊາຊົນ ລາວ ບັນລຸໄດ້.

        ທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດ  ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ທີ່ໄດ້ມີຂໍ້ລິເລີ່ມ ແລະ ຈັດຕັ້ງເຫດການນີ້ຂຶ້ນ ເຊິ່ງເປັນຂອງຂວັນອັນລ້ຳຄ່າເພື່ອສະເຫຼີມສະຫຼອງສອງເຫດການປະຫວັດສາດສຳຄັນຂອງປະເທດຊາດ.

 (ສຽງຂອງທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ ໄຂ)
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ກ່າວຄຳເຫັນທີ່ພິທີ ໄຂ


 

TAG
VOV/VOVworld/ງານ​ວາງ​ສະ​ແດງ/ພາບ​ຖ່າຍ/ສະ​ຖາ​ປະ​ນາ/ປະ​ທານ ໄກ​ສອນ ພົມ​ວິ​ຫານ/ສາຍ​ພ​ົວ​ພັນ ຫວຽດ​ນາມ - ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ