logo

ງານວາງສະແດງແຜນທີ່ແລະວາງສະແດງເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”

2016/8/23 | 09:40:43
(vovworld) - ​ ວັນ​ທີ 23/08 ຢູ່​ແຂວງ ອານ​ຢາງ, ​ໄດ້​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ - ​ບັນ​ດ​າພະຍານ​ຫລັກ​ຖານນິຕິ​ກຳ”. ​ໃນ​ລະຫວ່າງ​ວັນ​ທີ 23 – 27/08

ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ,
 ​ເຈື່ອງ​ຊາ ຂອງ ຫວຽດນາມ - ​ບັນ​ດ​າພະຍານ​ຫລັກ​ຖານນິຕິ​ກຳ
(ພາບ: baoangiang)

(vovworld) - ​ ວັນ​ທີ 23/08 ຢູ່​ແຂວງ ອານ​ຢາງ, ​ໄດ້​​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ ຂອງ ຫວຽດນາມ - ​ບັນ​ດ​າພະຍານ​ຫລັກ​ຖານນິຕິ​ກຳ”. ​ໃນ​ລະຫວ່າງ​ວັນ​ທີ 23 – 27/08, ທີ່​ງານ​ວາງສະ​ແດງມີ ​ເອກະສານ, ວັດຖຸ​ພັນ, ສື່​ສິ່ງ​ພິມ ​ແລະ ​​ແຜນ​ທີ່​ເກືອບ 100 ​ແຜ່ນ​ເຊິ່ງ​ໄດ້ຮັບ​ການ​ປະກາດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກຮຽນ​ຮູ້​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ງານ​ວາງສະ​ແດງ, ທ່ານ ຟານ​ເຕີມ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ​ແລະ ສື່ສານ ຊີ້​ແຈ້ງວ່າ: ງາ​ນວາງສະ​ແດງ​ແຜນ​ທີ່ ​ແລະ ເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ບັນດາ​ພະຍານ​ຫລັກ​ຖານ​ນິຕິ​ກຳ” ​ແມ່ນ​ໜຶ່ງ​ໃນ​ບັນດາ​ຮູບການ​ສຳຄັນ​ຂອງ​ການ​ເຄື່ອນ​ໄຫວສື່ສານ​ພື້ນຖານ, ນຳ​ຂໍ້​ມູນ​ຂ່າວ​ໂດຍ​ກົງ​ເຖິງ​ບັນດາ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ, ຜ່ານ​ນັ້ນ ປະກອບສ່ວນ​ສຶກສາ​ນ້ຳ​ໃຈ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຍົກ​ສູງ​ຄວາມ​ຮັບ​ຮູ້, ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ, ນັກຮົບ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ສຳລັບ​ພາລະກິດ​ສ້າງ​ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ຫວຽດນາມ.

TAG
vov/vovworld/ຮ່ວາງ​ຊາ/​ເຈື່ອງ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ