logo

ຈີນ ຈະ​ຈັດ​ສົ່ງ​ທູດ​ພິ​ເສດ​ໄປ​ຍັງ​​ເຂດຕາ​ເວັນ​ອອກ​ກາງ

2026/3/5 | 09:06:07
(VOVWORLD) -  ຈີນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງ UAE ແລະ ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ນັດວິສາມັນ ຂອງ ສະພາການຮ່ວມມືເຂດອ່າວ (GCC)
 ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ ຈີນ)

ວັນທີ 4 ມີນາ, ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປັກກິ່ງ ຈະຈັດສົ່ງທູດພິເສດກ່ຽວກັບບັນຫາ ເຂດຕາເວັນອອກາງ ໄປຍັງບັນດາປະເທດ ຢູ່ໃນພາກພື້ນເພື່ອດຳເນີນບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍ. ເມື່ອການປະທະກັນຢູ່ອີຣານ ກ້າວເຂົ້າສູ່ມື້ທີ 5, ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ດຳເນີນບັນດາການໂອ້ລົມທາງໂທລະສັບສະເພາະກັບທ່ານ Abdullah bin Zayed Al-Nahyan ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ. ທ່ານ ໃຫ້ຮູ້ວ່າ ຈີນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງ UAE ແລະ ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ນັດວິສາມັນ ຂອງ ສະພາການຮ່ວມມືເຂດອ່າວ (GCC), ໃນນັ້ນຢັ້ງຢືນລະດັບຄວາມສຳຄັນຂອງການໂອ້ລົມສົນທະນາ ແລະ ການທູດແມ່ນເສັ້ນທາງໜຶ່ງດຽວເພື່ອຜ່ານຜ່າວິກິດການໃນປັດຈຸບັນ ແລະ ປົກປ້ອງຄວາມໝັ້ນຄົງຢູ່ເຂດນີ້.


TAG
VOV/VOVworld/ຈີນ/​​ພາກ​ພື້ນຕາ​ເວັນ​ອອກ​ກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ