logo

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ໃຫ້ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ

2026/3/21 | 07:38:11
(VOVWORLD) - ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ
ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ
(ພາບປະກອບ: TTXVN)

ໂດຍຕອບຮັບຄຳເຊີນຂອງ ທ່ານ Mikhail Mishustin, ນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ແຕ່ວັນທີ 22 – 25 ມີນາ. ຕາມທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລ້ວ, ການຢ້ຽມຢາມຄັ້ງນີ້ແມ່ນບາດກ້າວຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງ ຫວຽດນາມ ຢ່າງແທ້ຈິງ.

“ການຢ້ຽມຢາມຄັ້ງນີ້ມີຄວາມໝາຍຢ່າງຮອບດ້ານ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ແທ້ຈິງ, ມີປະສິດທິຜົນ ແລະ ຍືນຍົໃນໄລຍະຈະມາເຖິງ. 2 ຝ່າຍຈະແລກປ່ຽນບັນດາການກຳນົດທິດໃຫຍ່ໃນໄລຍະຈະມາເຖິງ, ໃນນັ້ນມີການເປີດ ແລະ ເລີ່ມເຄື່ອນໄຫວບັນດາໂຄງການຮ່ວມມືລະອຽດ ຮັບໃຊ້ເປົ້າໝາຍການພັດທະນາໃນປະຈຸບັນຂອງ ຫວຽດນາມ, ຄື: ພະລັງງານໃໝ່, ພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ທາງຄົມມະນາຄົມ, ເຕັກໂນໂລຊີສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ…”

TAG
VOV/VOVworld/ສັນ​ຕິ​ພາບ/ມິດ​ຕະ​ພາບ/ການ​ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ