logo

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ - ລາວ

2026/3/20 | 10:54:54
(VOVWORLD) -   ວັນທີ 20 ມີນາ, ຢູ່ຮ່າໂນ້ຍ,: ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.
ທ່ານລັດຖະມົນຕີ ເລືອງຕາມກວາງ ແນະນຳຄະນະຜູ້ແທນ ຫວຽດນາມ ກັບທ່ານລັດຖະມົນຕີ ວັນທອງ ກອງມະນີ (ພາບ: TTXVN)

   ໃນການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານລັດຖະມົນຕີ ວັນທອງ ກອງມະນີ ໄດ້ເຫັນດີເປັນເອກະພາບສອງກະຊວງຕ້ອງສືບຕໍ່ນຳໜ້າໃນການປະຕິບັດຄວາມຮັບຮູ້ລວມ, ກຳນົດທິດຍຸດທະສາດລະຫວ່າງການນຳພັກ, ລັດ 2 ປະເທດ; ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ, ຮັບປະກັນສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດປອດໄພຢ່າງສຸດຂີດ, ປະຕິບັດສຳເລັດບັນດາໂຄງການຈຸດສຸມໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ພ້ອມດຽວກັນນັ້ນ, 2 ຝ່າຍຈັດຕັ້ງປະຕິບັດແຜນການຮ່ວມມືປີ 2026 ລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ສ້າງແນວຮົບຄວາມໝັ້ນຄົງຢ່າງເປັນເຈົ້າການ, ປະກອບສ່ວນຕໍ່ສູ້, ສະກັດກັ້ນແຕ່ໄວ, ແຕ່ໄກບັນດາສິ່ງທ້າທາຍ, ນາບຂູ່ເຖິງຄວາມໝັ້ນຄົງຂອງແຕ່ລະປະເທດ. ຍົກສູງປະສິດທິຜົນການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນໃຫ້ຫຼາຍກວ່າອີກ; ສືບຕໍ່ເປີດກວ້າງບັນດາບັ້ນໂຄສະນາຈຸດສຸມ, ບຸກໂຈມຕີ, ປາບປາມອາດຊະຍາກຳ; ຄົ້ນຄວ້າສ້າງບັນດາກົນໄກໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງ; ເພີ່ມທະວີການຮ່ວມມື ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ.


TAG
VOV/VOVworld/ກະ​ຊວງ​ຕຳຫຼວດ/ຫວຽດ​ນາມ - ລາວ/ປາບ​ປາມ​ອາດ​ຊະ​ຍາ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ