(VOVWORLD) - ໂດຍປະຕິບັດບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ ແຂວງ ອານຢາງ ໄດ້ຫ້າວຫັນຜັນຂະຫຍາຍຂະບວນການແຂ່ງຂັນເພ່ືອຄົນທຸກຍາກ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ໂດຍມີການເຂົ້າຮ່ວມຂອງອຳນາດການປົກຄອງ ແລະ ປະຊາຊົນ. ຜ່ານນັ້ນ ກໍ່ບໍ່ພຽງແຕ່ຊ່ວຍບັນດາຄອບຄົວທຸກຍາກ, ໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ “ມີບ່ອນຢູ່ຖາວອນ” ເທ່ົານັ້ນ ຫາກຍັງປະກອບສ່ວນຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນ, ຮັບປະກັນຊີວິດສັງຄົມ.