logo

ຊີ​ວິດ​ໃໝ່​ຂອງ​ປະ​ຊາ​ຊົນ​ຢູ່ໝູ່​ບ້ານ ໜູ

2024/12/28 | 03:45:58
(VOVWORLD) - ປະຊາຊົນຢູ່ໝູ່ບ້ານໜູຕາແສງຝຸກແຄງເມືອງບາວອຽນແຂວງລາວກາຍຫາກໍຍ້າຍມາຢູ່ເຮືອນຫຼັງໃໝ່ຢູ່ເຂດຕັ້ງຖິ່ນຖານຄົງທີ່ໃໝ່ພາຍຫຼັງເກີດໄພພິບັດນ້ຳແກ່ງດິນເຊາະເຈື່ອນໂດຍພາຍຸ Yagi ກໍ່ຂຶ້ນໃນຍາມຕົ້ນເດືອນກັນຍາປີ 2024 ຜ່ານມສະຖານທີ່ແຫ່ງນີ້ຫ່າງຈາກໝູ່ບ້ານໜູເກົ່າປະມານ 2 ກີໂລແມັດເຊິ່ງແມ່ນສະຖານທີ່ຕັ້ງຖິ່ນຖານໃໝ່ປະຊາຊົນໃນໝູ່ບ້ານໜູເຊື່ອໝັ້ນວ່າການດຳລົງຊີວິດຢູ່ບ່ອນໃໝ່ຈະມີຄວາມປອດໄພກ່ວາ.

ພິທີເປີດໝູ່ບ້ານໜູໃໝ່ (ພາບ: VOV)

ເສັ້ນທາງໄປຍັງໝູ່ບ້ານໜູໃໝ່ ຢູ່ຍອດໂນນພູ ຊິມທີ່ສວຍງາມດັ່ງໃນຝັນ. ຢືນຢູ່ເທິງຈອມໂນນພູ ເບິ່ງກວ້າງມອງໄກ ເຫັນພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ. ບັນດາດອກໄມ້, ສວນຜັກຕ່າງໄດ້ເລີ່ມບານສະພັ່ງອວດອ້າງສີສັນຢ່າງສວຍງາມ. ແຕ່ປະທັບໃຈທີ່ສຸດນັ້ນແມ່ນທຸງຊາດ ແລະ ມີແຖວຕົວໜັງສື “ມຸ່ງໄປສູ່ຄວາມສຸກ” ທີ່ຈັດລຽງດ້ວຍດອກໄມ້ 6.000 ຕົ້ນວາງຢູ່ 4 ແຍກເຂດໃຈກາງຂອງໝູ່ບ້ານໜູໃໝ່.

ເຮືອນໃໝ່ 40 ຫຼັງຢູ່ເຂດໝູ່ບ້ານໜູໃໝ່ ໄດ້ກໍ່ສ້າງຕາມແບບເຮືອນຮ້ານທີ່ເປັນປະເພນີຂອງຊາວເຜົ່າໄຕແຕ່ຍັງມີຈຸດຄວາມງາມແບບທັນສະໄໝ. ເຮືອນແຕ່ລະຫຼັງມີສອງຊັ້ນ, ເນື້ອທີ່ເກືອບ 100 ຕາແມັດ ດ້ວຍຫ້ອງຄົວໄດ້ກໍ່ສ້າງຢູ່ດ້ານຫຼັງເຮືອນ. ນອກຈາກເຮືອນຢູ່, ໝູ່ບ້ານໜູໃໝ່ຍັງມີໂຮງຮຽນອະນຸບານ, ໂຮງຮຽນ, ຫໍວັດທະນະທຳ, ລະບົບຄົມມະນາຄົມ, ໄຟຟ້າ, ນ້ຳປະປາ ເພື່ອອຳນວຍຄວາມສະດວກໃນການດຳລົງຊີວິດທີ່ເປັນປົກກະຕິ ແລະ ຍາວນານຂອງຊາວທ້ອງຖິ່ນ. ທ່ານພັນເອກ ຫງວຽນເທ້ລຶກ ເລຂາຄະນະພັກ, ຮອງຜູ້ບັນຊາການແມ່ທັບນ້ອຍ 12, ກະຊວງປ້ອງກັນປະເທດ ຫວຽດນາມ ເຊິ່ງແມ່ນຫົວໜ່ວຍກໍ່ສ້າງໝູ່ບ້ານໜູໃໝ່ ໃຫ້ຮູ້ວ່າ:

ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈ, ບັນດາພະນັກງານ, ນັກຮົບຂອງແມ່ທັບນ້ອຍໄດ້ສົມທົບກັນກັບກອງທຶນສາຍໃຈຫວຽດ, ບັນດາຜູ້ອຸປະຖຳ, ອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອແກ້ໄຂທຸກຂັ້ນຕອນນັບແຕ່ການອອກແບບຈົນຮອດການຜັນຂະຫຍາຍປະຕິບັດ. ມີກຳມະກອນກ່ວາ 350 ຄົນໄດ້ກໍ່ສ້າງຢ່າງຕໍ່ເນື່ອງທັງເວັນແລະຄືນ ທັງມື້ຝົນຕົກ.

ໝູ່ບ້ານ ໜູໃໝ່ໃນຊຸມວັນກາງເດືອນທັນວາຍາມໃດກໍ່ຄຶກຄື້ນມ່ວນຊື່ນ. ບັນດາຄອບຄົວໄດ້ຈັດເຄື່ອງຂອງເຂົ້າເຮືອນໃໝ່ ດ້ວຍການໜູນຊ່ວຍຈາກກຳລັງເຈົ້າໜ້າທີ່ ແລະ ຊາວທ້ອງຖິ່ນ. ຄວາມພາກພູມໃຈໄດ້ສະແດງອອກຜ່ານໃບໜ້າສີຕາຂອງແຕ່ລະຄົນຢູ່ແຫ່ງນີ້. ປະຊາຊົນກ້າວເຂົ້າສູ່ຊີວິດໃໝ່, ພ້ອມກັນຮັກສາສີສັນວັດທະນະທຳ, ຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ຜ່ານຜ່າຄວາມຫຍຸ້ງຍາກລຳບາກ.

ເມື່ອກ້າວເຂົ້າສູ່ເຮືອນຫຼັງໃໝ່, ຂ້າພະເຈົ້າເຫັນວ່າງາມຫຼາຍ. ເຮືອນຫຼັງນີ້ໄດ້ຮັບການກໍ່ສ້າງຕາມແບບເຮືອນຂອງເຜົ່າໄຕ.

ໝົດທຸກຄົນຢູ່ທີ່ນີ້ດີໃຈຫຼາຍ, ຂໍຂອບໃຈພັກ, ລັດທີ່ມີຄວາມເອົາໃຈໃສ່ຊ່ວຍເຫຼືອ. ຂ້າພະເຈົ້າຈະມານະພະຍາຍາມພັດທະນາເສດຖະກິດໃຫ້ແກ່ຄົນລຸ້ນຫຼັງ.

ໂດຍໄດ້ຍ້າຍມາຢູ່ເຮືອນຫຼັງໃໝ່ທີ່ໃຫຍ່ໂຕ ແລະ ສວຍງາມສະອາດ, ອ້າຍຮ່ວາງວັນເຍີ້ ພວມມຸ່ງໄປເຖິງການດຳລົງຊີວິດໃໝ່ ດ້ວຍສິ່ງທີ່ສວຍງາມໃນພາຍພາກໜ້າ. ເຮືອນຂອງອ້າຍໄດ້ຮັບການປະກອບເຄື່ອງໃຊ້ທີ່ຈຳເປັນຄົບຖ້ວນພໍສົມຄວນ. ມີເຄື່ອງໃຊ້ໃນເຮືອນຫຼາຍຢ່າງຍ້ອນວ່າ ບັນດາອົງການ, ສ່ວນບຸກຄົນໄດ້ອຸປະຖຳໃຫ້, ສ່ວນທີ່ເຫຼືອອື່ນໆແມ່ນຂອງຄອບຄົວຊື້ເອງ. ດຽວນີ້ມີບ່ອນຢູ່ຖາວອນແລ້ວ, ຄອບຄົວອ້າຍກໍ່ອຸ່ນອ່ຽນໃຈຕ້ອນຮັບວັນບຸນເຕັດ.

ລັດ ແລະ ບັນດາຜູ້ໃຈບຸນໃຈກຸສົນໄດ້ໜູນຊ່ວຍຫຼາຍທີ່ສຸດ. ປັດຈຸບັນ, ພວກຂ້າພະເຈົ້າມີເຮືອນຖາວອນແລ້ວ, ຂ້າພະເຈົ້າກໍ່ຄືພໍ່ແມ່ປະຊາຊົນຢູ່ທີ່ນີ້ຂໍຂອບໃຈຫຼາຍໆ. ພໍ່ແມ່ປະຊາຊົນຈະພ້ອມກັນຮັກສາສີສັນວັດທະນະທຳຂອງຊາດ, ດຳລົງຊີວິດຢ່າງປອງດອງ ເພື່ອໃຫ້ປະຊາຊົນຢູ່ໝູ່ບ້ານໜູ ກິນອີ່ນຸ່ງອຸ່ນ, ມີຄວາມຜາສຸກ. ປີນີ້, ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດໃນເຮືອນຫຼັງໃໝ່..

ຫໍວັດທະນະທຳ ໝູ່ບ້ານໜູ (ພາບ: VGP)

ໂສມໜ້າໃໝ່ຂອງໝູ່ບ້ານໜູ ແມ່ນສິ່ງພິສູດໃຫ້ເຫັນນ້ຳໃຈຊົນຊາດ, ນ້ຳໃຈພໍ່ແມ່ປະຊາຊົນເມື່ອທົ່ວປະເທດຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນໝູ່ບ້ານໜູຜ່ານຜ່າຄວາມຫຍຸ້ງຍາກ. ທ່ານນາງ ຫວູທິຕື, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງ ຝຸກແຄງ, ເມືອງບາວອຽນ, ແຂວງລາວກາຍ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຂໍຂອບໃຈບັນດາໜ່ວຍງານທີ່ໄດ້ອຸປະຖຳກໍ່ສ້າງໂຄງການສ້າງໝູ່ບ້ານໝູຄືນໃໝ່. ພໍ່ແມ່ປະຊາຊົນຕາແສງຝຸກແຄງ ຈະສືບຕໍ່ລູກຂຶ້ນ ພາຍຫຼັງການສູນເສຍແລະ ຄວາມເຈັບປວດເພື່ກໍ່ສ້າງໝູ່ບ້ານໝູໃຫ້ນັບມື້ນັບມີຄວາມຜາສຸກ.

ທຸກໆຄວາມຫຍຸ້ງຍາກລຳບາກ, ການສູນເສຍໄດ້ຜ່ານພົ້ນໄປແລ້ວ ແທນທີ່ດ້ວຍອະນາຄົດທີ່ສົດໃສ. ສຳລັບປະຊາຊົນໝູ່ບ້ານໜູແຕ່ລະຄົນ, ເຮືອນຫຼັງໃໝ່ໃນມື້ນີຈະແມ່ນກຳລັງໜູນທີ່ໃຫຍ່ຫຼວງເພື່ອໃຫ້ພວກເຂົາສືບຕໍ່ແຕ່ງເລື່ອງລາວຟື້ນຟູຊີວິດຄືນໃໝ່.

TAG
VOV/VOVworld/ໝູ່​ບານ​ໜູ/ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ