ຊ່າງພາບ ແຄັງຟານ ໄດ້ປະກອບອາຊີບນີ້ມາໄດ້ 8 ປີ ແລ້ວ (ແຄັງຟານ) |
ໂດຍໄດ້ເລີ່ມມີຄວາມນິຍົມຖ່າຍຮູບ ເມື່ອຫາກໍ່ຜ່ານຜ່າຊຸມວັນເດືອນທີ່ບໍ່ຄ່ອຍມ່ວນໃຈໃນຊີວິດ, ໄລ່ມາຮອດປັດຈຸບັນ, ຊ່າງພາບ ແຄັງຟານ ໄດ້ປະກອບອາຊີບນີ້ມາໄດ້ 8 ປີ ແລ້ວ ແລະ ຄວ້າໄດ້ຫຼາຍລາງວັນໃຫຍ່ລະດັບສາກົນ.
“ປີ 2017, ຂ້າພະເຈົ້າ ແລະ ເມຍໄດ້ຢ່າຮ້າງກັນ. ຂ້າພະເຈົ້າເສົ້າໃຈທີ່ສຸດ, ເກືອບຄືວ່າລົ້ມລົງແລ້ວ. ເວລານັ້ນ, ຂ້າພະເຈົ້າຈຶ່ງເກີດມີແນວຄິດຢາກຊື້ກ້ອງຖ່າຍຮູບອັນໜຶ່ງເພື່ອຖ່າຍຮູບຕົ້ນໄມ້ໃບຫຍ້າຢູ່ສວນສາທາລະນະ, ສິ່ງທີ່ເລັກໆນ້ອຍໆ, ງາມໆ. ຫຼັງຈາກນັ້ນກວ່າ 1 ເດືອນ, ຂ້າພະເຈົ້າຮູ້ສຶກມີຄວາມມົວເມົາ ແລະ ເຫັນວ່າ ເມື່ອພວກເຮົາຊີວິດຜ່ານກ້ອງຖ່າຍຮູບ, ເຮົາຈະມີຄວາມລະອຽດລະອໍກວ່າ, ເວລານັ້ນ ເຮົາຈະເຫັນທຸກຢ່າງມັນມີຄວາມສວຍງາມ ແລະ ພິເສດໃນໂຕມັນ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງໄປທົ່ວປະເທດ ຫວຽດນາມ ເພື່ອຖ່າຍຮູບ”.
ຕາມຊ່າງພາບ ແຄັງຟານ ແລ້ວ, ເພື່ອຖ່າຍໄດ້ພາບງາມພາບໜຶ່ງ ແມ່ນຮຽກຮ້ອງຊ່າງຖ່າຍພາບຕ້ອງມີຄວາມສຸມກຳລັງ ແລະ ສະຕິປັນຍາ, ການຖ່າຍພາບຄັ້ງໜຶ່ງ ແມ່ນການປະດິດຄິດສ້າງຄັ້ງໜຶ່ງ ເມື່ອເລືອກໄດ້ມູມຕັ້ງກ້ອງ ແລະ ໂຄງສ້າງຂອງພາບ… ຄວາມງາມຂອງພາບແຕ່ລະແຜ່ນບໍ່ພຽງແຕ່ສະແດງຄວາມງາມເທົ່ານັ້ນ, ຫາກຍັງຝາກຝັງສານໃດໜຶ່ງເຊິ່ງຜູ້ຖ່າຍຢາກຝາກໃຫ້ຜູ້ຊົມອີກດ້ວຍ.
“ເມື່ອຂ້າພະເຈົ້າໄປຖ່າຍພາບ, ຂ້າພະເຈົ້າມັກຊອກຮູ້ກ່ຽວກັບເງື່ອນໄຂດິນຟ້າອາກາດ, ປະຊາຊົນ ແລະ ລັກສະນະພິເສດຂອງບ່ອນທີ່ຂ້າພະເຈົ້າຈະໄປຢ່າງລະອຽດ. ເມື່ອຖ່າຍຮູບກ່ຽວກັບວັດທະນະທຳ, ຂ້າພະເຈົ້າຈະຊອກຮູ້ກ່ຽວກັບຈຸດວັດທະນະທຳ, ບັນດາເລື່ອງລາວວັດທະນະທຳຢູ່ບ້ານນັ້ນ. ຍາມໃດກໍຂ້າພະເຈົ້າກໍມີສາຍພົວພັນກັບອາລົມຈິດຂອງຕົນ ແລະ ນຳໃຊ້ກ້ອງຖ່າຍບັນທຶກໄວ້.”
ຕະຫຼາດ ວິແທັງ ໄດ້ຮັບການຖ່າຍໂດຍ ແຄັງຟານ |
ໃນວິວັດການເດີນຕາມອາຊີບຖ່າຍພາບ, ແຄັງຟານ ເຄີຍປີນພູລົງຄ້ອຍ, ເຂົ້າໄປປ່າເພື່ອສຳຜັດກັບຄວາມງາມຂອງທຳມະຊາດ. ບາງເທື່ອຖືກຄື້ນທະເລຊັດລິບຫົວ, ກ້ອງຖ່າຍຖືກເປ່ເພ, ບາງເທື່ອກໍຕ້ອງນັ່ງເບິ່ງກ້ອງເພື່ອລໍຖ້ານ້ຳໝອກຢູ່ກາງປ່າຊ້າ… ການໄປຖ່າຍຮູບຄັ້ງຕ່າງໆໄດ້ຊ່ວຍໃຫ້ ແຄັງຟານ ມີບົດຮຽນຫຼາຍຢ່າງກ່ຽວກັບຄວາມກ້າຫານ ແລະ ເພິ່ນຮູ້ດີວ່າ ຫວຽດນາມ ມີຄວາມງາມຊ້ອນແຝງຫຼາຍຢ່າງທີ່ຍັງບໍ່ທັນໄດ້ຂຸດຄົ້ນ.
“ຂ້າພະເຈົ້າໄດ້ສົ່ງບັນດາພາບຖ່າຍທີ່ເປັນເອກະລັກກ່ຽວກັບ ຫວຽດນາມ ເຂົ້າຮ່ວມການເສັງຕ່າງໆໃນໂລກ. ນັ້ນກໍແມ່ນໜຶ່ງໃນບັນດາຂົວຕໍ່ເພື່ອໃຫ້ຂ້າພະເຈົ້າພິມຈ່າຍໜ່າຍວາລະສານກ່ຽວກັບການຖ່າຍພາບທ່ອງທ່ຽວໃນໂລກກວ່າ 100 ສະບັບ ເປັນຕົ້ນແມ່ນວາລະສານ The Times ຫຼື Telagraph… ນັ້ນແມ່ນວິທີທີ່ຂ້າພະເຈົ້ານຳເອົາພາບພົດຂອງ ຫວຽດນາມ ອອກສູ່ໂລກ, ເຮັດໃຫ້ເພື່ອນມິດສາກົນຮູ້ຈັກເຖິງປະເທດ ຫວຽດນາມ ທີ່ສວຍງາມຫຼາຍກວ່າອີກ.”
ແຄັງຟານ ບໍ່ຈື່ໄດ້ວ່າ ຕົນເອງຍາດໄດ້ຈັກລາງວັນແລ້ວ. ເຖິງຢ່າງໃດກໍຕາມ, ບັນດາລາງວັນທີ່ສ້າງບາດລ້ຽວໃຫຍ່ໃນໄລຍະເວລາຖ່າຍພາບຂອງນາງ ນັ້ນແມ່ນ ລາງວັນ Drone Siena Awards 2019; Sonyworld Awards 2021 ແລະ Skypixel 2023. ຊ່າງຖ່າຍພາບ ແຄັງຟານ ໃຫ້ຮູ້ວ່າ:
“ນັ້ນແມ່ນບັນດາລາງວັນສຳຄັນ ແລະ ແມ່ນແປ້ນຢັນເພື່ອໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຕົນເອງສາມາດຖ່າຍພາບງາມ, ຂ້າພະເຈົ້າສາມາດເຮັດໄດ້ ແລະ ມີຄວາມກ້າຫານທີ່ຈະສົ່ງພາບທີ່ຕົນເອງຖ່າຍໄວ້ໄປເຂົ້າຮ່ວມການເສັງໃຫຍ່ລະດັບສາກົນ ຄືກັນກັບບັນດາຊ່າງຖ່າຍພາບທີ່ເປັນມືອາຊີບອື່ນໆ”.
ປັດຈຸບັນ, ແຄັງຟານ ໄດ້ຮັບສອນວິຊາຖ່າຍພາບຢູ່ພະແນກ ຈິດຕະກອນຢູ່ມະຫາວິທະຍາໄລບາງແຫ່ງ. ໄປຄຽງຄູ່ກັນນັ້ນ, ນາງຍັງປາດຖະໜາຢາກຖ່າຍທອດຄວາມຮູ້, ທັກສະຖ່າຍຮູບໃຫ້ແກ່ຄົນລຸ້ນໜຸ່ມຜ່ານປຶ້ມເຫຼັ້ມຕ່າງໆອີກດ້ວຍ.
“ຂ້າພະເຈົ້າພວມຝັກໃຝ່ຂຽນປຶ້ມແນະນຳທັກສະການຖ່າຍພາບຢ່າງລະອຽດລະອໍ ແລະ ບັນດາສະຖານທີ່ມະຫັດສະຈັນຂອງ ຫວຽດນາມ ແລະ ບັນດາເຕັກນິກທີ່ຂ້າພະເຈົ້າໄດ້ນຳໃຊ້ຖ່າຍຮູບຢູ່ບັນດາສະຖານທີ່ເຫຼົ່ານັ້ນ. ຂ້າພະເຈົ້າອາດຈະເປີດຕົວປຶ້ມເຫຼັ້ມດັ່ງກ່າວອອກສູ່ມວນຊົນໃນປີ 2025 ນີ້.”
ສຳລັບ ແຄັງຟານ, ການຖ່າຍພາບເປັນວິທີໄວທີ່ສຸດເພື່ອສົ່ງສານ, ແຜ່ກະຈາຍຄວາມງາມຂອງຊີວິດ. ຊ່າງຖ່າຍພາບ ແຄັງຟານ ຍາມໃດກໍເຊື່ອໝັ້ນວ່າ ເມື່ອເຮົາມີຄວາມຈິງຈັງ ແລະ ດຸໝັ່ນຂະຫຍັນພຽນແທ້ໆໃນວຽກງານໃດໜຶ່ງນັ້ນ, ແນ່ນອນວ່າເຮົາຈະບັນລຸໄດ້ຜົນສຳເລັດ./.




