logo

ຊາວກະສິກອນ ແລະ ວິສາຫະກິດໄຕງວຽນ ຮ່ວມສຳພັນເພື່ອສົ່ງອອກຜະລິດຕະພັນກະເສດໄປຕ່າງປະເທດ

2022/6/23 | 07:26:07
(VOVWORLD) - ການສ້າງເຂດປູກຕົ້ນໝາກໄມ້ກິນໝາກຕາມລະບົບຮ່ວມສຳພັນ ກໍ່ພວມໄດ້ຮັບການຍູ້ແຮງຢູ່ແຂວງ ດັກນົງ ດ້ວຍບັນດາປະເພດໝາກຫຼາຍຊະນິດໄມ້ຄື: ໝາກຖົ່ວລຽນ, ໝາກນອດ, ໝາກມ່ວງ, ອາໂວກາໂດ. ຫຼາຍເຂດປູກຕົ້ນໄມ້ກິນໝາກໃນບໍລິເວນແຂວງກໍ່ໄດ້ຮັບລະຫັດກຳນົດຜະລິດຕະພັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ.

ຊາວກະສິກອນ ແລະ ວິສາຫະກິດຢູ່ເຂດໄຕງວຽນ ພວມຮ່ວມສຳພັນສ້າງບັນດາເຂດປູກຕົ້ນໄມ້ກິນໝາກທີ່ມີຄຸນນະພາບສູງ, ອອກລະຫັດກຳນົດຜະລິດຕະພັນ ດ້ວຍຂັ້ນຕອນການປູກຝັງຮັບປະກັນຄຸນນະພາບ, ເປັນເອກະພາບຜະລິດຕະພັນ. ວີທີເຮັດດັ່ງກ່າວພວມນຳມາເຊິ່ງປະສິດທິຜົນໃຫ້ແກ່ຊາວກະສິກອນ ແລະ ບັນດາວິສາຫະກິດສົ່ງອອກ, ຊຸກຍູ້ກະສິກຳພັດທະນາຕາມທິດໃໝ່ ດ້ວຍມູນຄ່າສູງ ແລະ ຍືນຍົງ.

ເຂດປູກໝາກຖົ່ວລຽນຢູ່ແຂວງເລິມດົ່ງ

   ປະຈຸບັນ, ແຂວງເລິມດົ່ງ ມີເນື້ອທີ່ປູກຕົ້ນໝາກຖົ່ວລຽນປະມານ 10.000 ເຮັກຕາ ແລະ ນີ້ແມ່ນໜຶ່ງໃນບັນດາປະເພດຜະລິດຕະພັນກະເສດທີ່ມີມູນຄ່າສູງຂອງທ້ອງຖິ່ນ. ທ່ານຫວໍ້ຫີ້ວລອງ, ຜູ້ອຳນວຍການບໍລິສັດຜະລິດການຄ້າລອງຖູຍ ຈຳກັດ ຢູ່ເມືອງບ໋າວເລິມ ແຂວງເລິມດົ່ງ ໃຫ້ຮູ້ວ່າ: ປະຈຸບັນ, ຕະຫຼາດ ແລະ ສົ້ນອອກຂອງໝາກຖົ່ວລຽນ ແມ່ນມີຄວາມເປັນປົກກະຕິ. ພິເສດ, ດ້ວຍເລື່ອງໄດ້ຮັບລະຫັດເຂດປູກ, ວິສາຫະກິດກໍ່ສາມາດສົ່ງອອກຕາມໂກຕາ ແລະ ນຳມາເຊິ່ງກຳໄລສູງໃຫ້ທັງຜູ້ປູກ ແລະ ວິສາຫະກິດ:

   ເມື່ອຜູ້ປູກໄດ້ຮັບລະຫັດເຂດປູກ ແລະ ມີຂັ້ນຕອນການຜະລິດກຳນົດກ່ຽວກັບການຜະລິດກະສິກຳດີ (VietGAP) ຢ່າງຄົບຖ້ວນແລ້ວ, ຖ້າວິສາຫະກິດມີໜັງສືອະນຸຍາດສົ່ງອອກ ຈະຊື້ໃນລາຄາສູງກ່ວາຕະຫຼາດແຕ່ 15.000-20.000 ດົ່ງ. ໃນໄລຍະຜ່ານມາ, ທາງວິສາຫະກິດໄດ້ເຊັນສັນຍາຊື້ໝາກໄມ້ດ້ວຍປະລິມານ 6000ໂຕນ ສຳລັບບັນດາເນື້ອທີ່ໄດ້ຮັບລະຫັດ ແລະ ມີການສົມທົບກັນໃນລະບົບຂອງວິສາຫະກິດ.

    ການສ້າງເຂດປູກຕົ້ນໝາກໄມ້ກິນໝາກຕາມລະບົບຮ່ວມສຳພັນ ກໍ່ພວມໄດ້ຮັບການຍູ້ແຮງຢູ່ແຂວງ ດັກນົງ ດ້ວຍບັນດາປະເພດໝາກຫຼາຍຊະນິດໄມ້ຄື: ໝາກຖົ່ວລຽນ, ໝາກນອດ, ໝາກມ່ວງ, ອາໂວກາໂດ. ຫຼາຍເຂດປູກຕົ້ນໄມ້ກິນໝາກໃນບໍລິເວນແຂວງກໍ່ໄດ້ຮັບລະຫັດກຳນົດຜະລິດຕະພັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ. ທ່ານບຸ່ຍຝູໂຕນ, ຜູ້ອຳນວຍການບໍລິສັດການຄ້າສົ່ງອອກນຳເຂົ້າ ງຽບຊວັນ ຈຳກັດ ຢູ່ນະຄອນຢາເຫງັ້ຍ, ແຂວງດັກນົງ ໃຫ້ຮູ້ວ່າ, ດ້ວຍການສ້າງລະບົບຮ່ວມສຳພັນ, ບັນດາຜະລິດຕະພັນຂອງບໍລິສັດ ມີຄຸນນະພາບສູງ ແລະ ເທົ່າທຽມກັນ, ນຳມາເຊິ່ງລາຄາສູງເມື່ອສົ່ງອອກ:

   ຕະຫຼາດຕ່າງປະເທດໄດ້ຮຽກຮ້ອງຕ້ອງມີການສົ່ງອອກຕາມໂຄຕາ. ການສົ່ງຕາມໂຄຕາຮຽກຮ້ອງຕ້ອງມີລະຫັດເຂດປູກ, ລະຫັດຂອງຮາກຖານຫຸ້ມຫໍ່ຕາມບັນດາມາດຕະຖານໃດໜຶ່ງ, ຫາກບໍ່ແມ່ນການສົ່ງອອກຄືກ່ອນນີ້.

   ທ່ານນາງຫງວຽນທິຕິງ, ຮອງຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດັກນົງ ໃຫ້ຮູ້ວ່າ, ດ້ວຍເລື່ອງອອກລະຫັດເຂດປູກຝັງນັ້ນ, ໝາກໄມ້ປະເພດຕ່າງໆຂອງແຂວງ ສາມາດສົ່ງອອກໄປຕ່າງປະເທດຕາມໂຄຕາດ້ວຍປະລິມານຫຼາຍກ່ວາ, ມີມູນຄ່າສູງກ່ວາ ແລະ ປຊຊ ໄດ້ຮັບຜົນຫຼາຍກ່ວາ. ໂດຍແມ່ນແຂວງທີ່ມີພື້ນຖານເສດຖະກິດດ້ວຍກະສິກຳເປັນທ່າແຮງນັ້ນ, ດັກນົງ ພວມສຸມໃສ່ຍູ້ແຮງການພັດທະນາການຮ່ວມສຳພັນລະບົບ ແລະ ເຂດປູກຝັງທີ່ມີລະຫັດກຳນົດຜະລິດຕະພັນ:

  ການສ້າງເຂດປູກຝັງຕ້ອງຕິດພັນກັບການສ້າງລະບົບຮ່ວມສຳພັນ, ເພື່ອສ້າງເຂດວັດຖຸດິບ ແລະ ເຂດປູກຝັງທີ່ຮັບປະກັນຄຸນນະພາບ ເພື່ອສາມາດຮູ້ໄດ້ກົກເຄົ້າ. ໃນເນື້ອໃນຂອງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ ກໍ່ໄດ້ກຳນົດການນຳເອົາການຮ່ວມສຳພັນລະບົບ ເພື່ອສ້າງເຂດວັດຖຸດິບເປັນປົກກະຕິ, ຍືນຍົງ ເພື່ອຮັບໃຊ້ເຕັກໂນໂລຊີປຸງແຕ່ງ ກໍ່ຄືການສົ່ງອອກໃນຕໍ່ໜ້າ.

   ເຂດປູກຝັງທີ່ມີລະຫັດກຳນົດຜະລິດຕະພັນ ດ້ວຍຂັ້ນຕອນການປູກຝັງຮັບປະກັນຄຸນນະພາບ ໄດ້ນຳມາເຊິ່ງປະສິດທິຜົນສູງໃຫ້ແກ່ຊາວກະສິກອນ ແລະ ບັນດາວິສາຫະກິດສົ່ງອອກຜະລິດຕະພັນກະເສດຢູ່ໄຕງວຽນ. ບັນດາທ້ອງຖິ່ນໃນເຂດ ພວມຖືເປັນສຳຄັນການພັດທະນາ ເພື່ອສາມາດນຳບັນດາຜະລິດຕະພັນກະເສດຕົ້ນຕໍອອກສູ່ໂລກ./.

         

         

TAG
VOV/VOVworld/ໝາ​ກ​ຖົ່ວ​ລຽນ/ເຂດ​ໄຕ​ງວຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ