![]() ເມືອງວັນເຈີນສະຫຼຸບໂຄງການວັດທະນະທຳ
ຫຼາຍຮູບຫຼາຍສີ ແລະ ເລົ່າເລື່ອງດ້ວຍຮູບຖ່າຍ (ພາບ: yenbai.vn) |
ນັບແຕ່ໃດໆມາ, ປະຊາຊົນຢູ່ບ້ານນ້ຳເຈົ້າ, ຕາແສງນ້ຳບຸງມີຄວາມຜູກພັນກັບການເຮັດໄຮ່ໄຖນາ ແລະຜະລິດເຄື່ອງຫັດຖະກຳໃນຕະຫຼອດປີ. ບໍ່ເທົ່າໃດຄົນຮູ້ຈັກເຖິງກ້ອງຖ່າຍຮູບ. ແຕ່ເມື່ອໄດ້ຮັບການປະກອບກ້ອງຖ່າຍຮູບທຳມະດານັ້ນ, ຊາວເຜົ່າຢ້າວຢູ່ບ້ານນ້ຳເຈົ້າສາມາດຮັບເອົາຄວາມຮູ້ພື້ນຖານທາງດ້ານເຕັກນິກຖ່າຍຮູບ ແລະ ໄດ້ປະດິດສ້າງບັນດາຮູບຖ່າຍທີ່ເປັນເອກະລັກສະເພາະ, ມີຊີວິດຊີວາ ແລະ ເປັນໜ້າປະທັບໃຈ. ທ່ານນາງດອກເຕີ Vo Mai Phuong ພະນັກງານພະແນກຄົ້ນຄ້ວາ, ເກັບກຳວັດທະນະທຳຫວຽດນາມສັງກັດຫໍພິພິທະພັນຊົນເຜົ່າວິທະຍາ, ຜູ້ຖ່າຍທອດວິທີຖ່າຍຮູບໃຫ້ຊາວທ້ອງຖິ່ນເປີດເຜີຍວ່າ:
“ ຄິດສະເລັຍ, ແຕ່ລະຄົນສາມາດຖ່າຍຮູບໄດ້ 700 ແຜ່ນ. ແຕ່ບໍ່ແມ່ນວ່າຈະນຳເອົາຮູບຖ່າຍທັງໝົດມາວາງສະແດງ, ຫາກມີການຄັດເລືອກເອົາສ່ວນໜຶ່ງ. ຍົກຕົວຢ່າງຄື: ເມື່ອແນະນຳກ່ຽວກັບທິວທັດທຳມະຊາດຂອງໝູ່ບ້ານນັ້ນ, ກໍເລືອກເອົາຮູບຖ່າຍກ່ຽວກັບຫ້ວຍຢູ່ບ້ານນ້ຳເຈົ້າ ຫຼື ຮູບຖ່າຍກ່ຽວກັບການເຮັດນາຂັ້ນໃດ”
ເມື່ອເຫັນດ້ວຍຕາຈຳນວນຮູບຖ່າຍທີ່ປະຊາຊົນຢູ່ ນຳ້ບຸງຖ່າຍນັ້ນ, ນາງ Vo Mai Phuong ມີຄວາມຕົກສະເງີ້ ຕໍ່ຄຸນນະພາບຂອງຮູບຖ່າຍເຫຼົ່ານັ້ນ. ປະຊາຊົນຢູ່ແຫ່ງ ນີ້ ໃນຕະຫຼອດຊີວິດພຽງແຕ່ຮູ້ຈັບຄັນໄຖ, ຈັບຈົກ ເຮັດໄຮ່ໄຖນາ, ຈັບເຂັ້ມເພື່ອ ຫຍິບປັກຖັກແສ່ວເທົ່ານັ້ນ, ຊຳ້ບໍໜຳຍັງມີບາງຄົນບໍ່ຮູ້ໜັງສື, ແຕ່ວິທີສະແດງ ຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບການດຳລົງຊີວິດຂອງຕົນຢ່າງເລິກເຊິ່ງທີ່ສຸດ. ໂດຍແມ່ນວຽກງານທີ່ເຂົາເຈົ້າ ເຮັດໃນຊີວິດປະຈຳວັນ, ແຕ່ເມື່ອນຳເຂົ້າຮູບຖ່າຍ ນັ້ນ, ພັດມີຊີວິດຊີວາ ແລະ ຊ້ອນແຝງຫຼາຍເລື່ອງລາວທີ່ປະທັບໃຈ. ນາງ Vo Mai Phuong ຊີ້ນິ້ວມືໃສ່ຮູບຖ່າຍ ແລະ ເວົ້າວ່າ :
“ ມີຮູບຖ່າຍບາງແຜ່ນ ທີ່ບໍ່ງາມແທ້, ແຕ່ໄດ້ຖືກເຂົາເຈົ້າເລືອກເອົາ ຍ້ອນວ່າ ພວກເຂົາຖືວ່າ ມັນມີຄວາມໝາຍ ກັບເຂົາເຈົ້າ. ຍົກຕົວຢ່າງຄື ຮູບຖ່າຍກ່ຽວກັບ ການປັກດຳ, ກໍບໍ່ມີຫຍັງເປັນໜ້າດູດດືມ, ແຕ່ຜ່ານການປັກດຳ, ເຂົາເຈົ້າຢາກເວົ້າ ເຖິງເລື່ອງເປັນຫຍັງຊາວເຜົ່າຢ້າວ ເຮັດນາຂັ້ນໄດ ແລະ ວິທີປັກດຳຂອງຊາວເຜົ່າ ຢ້າວກໍຕ່າງໝູ່ ”
ຮູບພາບປະຊາຊົນໄປເຮັດໄຮ່ໄຖນາ, ວິທີປ້ານຄັນນາ .... ຖືກນາງ Ly Thi Liu ຖ່າຍເອົາຢ່າງຫຼວງຫຼາຍ. ຮູບຖ່າຍແຕ່ລະແຜ່ນຂອງນາງ Ly Thi Liu ກໍແມ່ນເລື່ອງລາວກ່ຽວກັບການດຳລົງຊີວິດ, ກ່ຽວກັບປະຊາຊົນ ຢູ່ເຂດພູສູງທາງ ທິດຕາເວັນຕົກສຽງເໜືອຂອງປະເທດຊາດ . ນາງ Ly Thi Liu ເວົ້າວ່າ :
“ ຂ້າພະເຈົ້າຖ່າຍຮູບໄດ້ຫຼາຍແຜ່ນ ກ່ຽວກັບການປັກດຳ, ການປ້ານຄັນນາ, ການຕົ້ມຢາພື້ນເມືອງ.... ຂ້າພະເຈົ້າ ເຫັນວ່າ ປະຊາຊົນຢູ່ແຫ່ງນີ້ມີວິທີໄຖນາ, ປັກດຳແຕກຕ່າງກັບແຫ່ງອື່ນໆ. ຢູ່ແຫ່ງຕ່າງໆ ເຂົາເຈົ້າປັກດຳ ເປັນແຖວຊື່,ສ່ວນຢູ່ ແຫ່ງນີ້ເຂົາເຈົ້າປັກດຳແບບທຳມະຊາດ, ເພາະວ່າປັກດຳແບບທຳມະຊາດແມ່ນ ໄວ ແລະ ງ່າຍກ່ວາ. ຕາມຂ້າພະເຈົ້າແລ້ວ, ເຮົາມັກປັກດຳເປັນແຖວຊື່ກ່ວາ ເພາະວ່າເສຍຫຍ້າໄດ້ງ່າຍ ແລະ ເຫັນໄດ້ລະດັບນຳ້ ໃນນາ. ”
ສຳລັບບັນດາຮູບຖ່າຍຂອງນາງ Ban Thi Dan ຖ່າຍຮູບກ່ຽວກັບຊາວເຜົ່າຢ້າວ ຢູ່ ວັນເຈີນ ພາກັນໄປໄຖນາ, ແລະ ຊ່ວຍປຸກເຮືອນໃຫ້ແກ່ກັນ. ນາງເວົ້າວ່າ :
“ ພໍ່ແມ່ຢູ່ທີ່ນີ້ຍັງຄົງຊ່ວຍເຫຼືອກັນ. ສ່ວນຢູ່ແຫ່ງອື່ນ ແມ່ນຈ້າງຄົນມາເຮັດ. ຢູ່ແຫ່ງນີ້, ເມື່ອໄປເຮັດວຽກຢູ່ບ່ອນມີ ຫຼາຍຄົນ, ໃຜໆກໍກໍນຸ່ງຊຸດປະຈຳເຜົ່າທີ່ສວຍ ງາມ, ສວ່ນເມື່ອໄປເຮັດນາແມ່ນນຸ່ງຖືທຳມະດາ ”
ນາງ Ban Thi Dan ກໍຍັງມັກຖ່າຍເອົາບັນດາຮູບພາບແມ່ນຍິງເຜົ່າຢ້າວ ນັ່ງຫຍິບປັກຖັກແສ່ວ. ນາງ Ban Thi Dan ໃຫ້ຮູ້ວ່າ ພາຍຫຼັງກັບມາເຮືອນຈາກ ການເຮັດໄຮ່ໄຖນາ, ເອື້ອຍນ້ອງແມ່ຍິງເຜົ່າຢ້າວພັດຍາດແຍ່ງເວລານັ່ງຖັກແສ່ວ. ນາງເວົ້າວ່າ:
“ ເຫັນຮູບພາບເອື້ອຍນ້ອງແມ່ຍິງພວມນັ່ງຖັກແສ່ວ ງາມຫຼາຍ, ເຮົາກໍຖ່າຍເອົາ. ຊາວເຜົ່າຢ້າວມີວິທີຖັກແສ່ວດ້ວຍ ເສັ້ນໃໝເສັ້ນຄູ່ ເຊິ່ງແຕກຕ່າງກັບເຜົ່າອື່ນ, ສ່ວນຊາວເຜົ່າມົ້ງຖັກແສ່ວດ້ວຍເສັ້ນໃໝເສັ້ນດຽວ. ແຕ່ມັນກໍຂຶ້ນກັບຄວາມນິຍົມ ຂອງແຕ່ລະຄົນໃນວິທີການຖັກແສ່ວ. ຊາວເຜົ່າຢ້າວເຫັນວ່າ ມີຄວາມລື້ງເຄີຍ ແລ້ວ, ກໍສັງເກດເຫັນວ່າວິທີຖັກແສ່ວຂອງຕົນງາມກ່ວາ ”




