logo

ຊາວປະ​ມົງ ວ້ານ​ເຕື່ອງ (ກວາງ​ງາຍ) ອອກ​ຝັ່ງ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ເພື່ອ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

2026/2/27 | 07:40:26
(VOVWORLD) -     ວັນທີ 26 ກຸມພາ, ຄະນະກຳມະການປະຊາຊົນຕາແສງ ວ້ານເຕື່ອງ, ແຂວງ ກວາງງາຍ ໄດ້ຈັດພິທີເລີ່ມເຄື່ອນໄຫວການໄປຈັບຫາປາຍາມຕົ້ນປີ ແລະ ປຸກລະດົມການປະຕິບັດໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່ປີ 2026, ດ້ວຍສານທີ່ວ່າ “ອອກຝັ່ງຢ່າງປອດໄພ, ຂຸດຄົ້ນຢ່າງມີປະສິດທິຜົນ, ເພື່ອອາຊີບຫາປາແບບຍືນຍົງ”.
 ຊາວປະມົງຕາແສງ ວ້ານເຕື່ອງ ອອກຝັ່ງຈັບຫາປາ (ພາບ: VOV)

ໃນພິທີເລີ່ມເຄື່ອນໄຫວຈັບຫາປາຍາມຕົ້ນປີ, ຊາວ ປະມົງ ຕາແສງ ວ້ານເຕື່ອງ ໄດ້ສະແດງຄວາມຕັດສິນໃຈຕິດພັນກັບທະເລ, ຈັບຫາປາຢ່າງປອດໄພ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ໂດຍໄວ. ລຸງ ຝູ່ຈູງບິ່ງ ຊາວປະມົງຢູ່ບ້ານ ຝູທ້ຽນ 1, ຕາແສງ ວ້ານເຕື່ອງ, ໃຫ້ຮູ້ວ່າ:

        “ເຮືອຫາປາຂອງຂ້າພະເຈົ້າອອກໄປຈັບຫາປາໄກຈາກຝັ່ງແຕ່ 30 40 ໄມທະເລ, ຈັບຫາປາທູນ່າ. ເມື່ອອອກຈາກທ່າ, ພວກຂ້າພະເຈົ້າຕ້ອງແຈ້ງໜັງສືທີ່ກ່ຽວຂ້ອງກັບທະຫານປ້ອງກັນຊາຍແດນຢ່າງຄົບຖ້ວນ. ໄປຮອດໃສກໍຕ້ອງລາຍງາຍຮອດນັ້ນ. ປີໃໝ່, ຫວັງວ່າອາກາດຈະອຳນວຍຄວາມສະດວກເພື່ອໃຫ້ການທຳມາຫາກິນມີແຕ່ຄວາມໂຊກດີ.”

        ປັດຈຸບັນ, ຕາແສງ ວ້ານເຕື່ອງ ມີເຮືອຫາປາເກືອບ 900 ລຳ, ສ້າງວຽກເຮັດງານທຳໃຫ້ແກ່ແຮງງານປະມານ 3.000 ຄົນ.


TAG
VOV/VOVworld/ຍົກເລີກ “ບັດເຫຼືອງ”/IUU/ຊາວ ປະມົງ ຕາແສງ ວ້ານເຕື່ອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ