logo

ຊາວ ປາກິດສະຖານ ຮຽກຮ້ອງລັດຖະບານຢຸດຕິການພົວພັນແບບພັນທະມິດ ກັບ ອາເມລິກາ

2011/11/29 | 14:04:20
ປະຊາຊົນ​ທຸກ​ຊັ້ນ​ວັນນະເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ສັງຄົມ ຄື: ທະ​ນາຍ​ຄວາມ, ນັກ​ທຸລະ​ກິດ ​ແລະ ນັກ​ສຶກສາ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງຢູ່​ບັນດາ​ນະ​ຄອນ​ໃຫຍ່​ຂອງ ປາ​ກິດ​ສະຖານ​ເພື່​ອຄັດຄ້ານ ອາ​​ເມ​ລິ​ກາ.

(ພາບ: AP)

ວັນ​ທີ 28/11, ປະຊາຊົນ ປະກິດ​ສະຖານ ຮຽກຮ້ອງ​ລັດຖະບານ​ປະ​ເທດ​ນີ້​ຢຸດຕິ​ການ​ພົວພັນ​​ແບບພັນ​ທະ​ມິດ ກັບ ອາ​ເມ​ລິ​ກາ​ ​ແລະ ຖອນ​ອອກ​ຈາກ​ບັ້ນ​ຮົບ​ຕ້ານ Al Qaeda, ​ເພື່ອ​ຄັດຄ້ານ​ການ​ບຸກ​ໂຈມ​ຕີຂອງ ນາ​ໂຕ ​ເມື່ອ​ວັນ​ທີ 26/11 ອັນ​ໄດ້​ເຮັດ​ໃຫ້ ນັກຮົບປາ​ກິດ​ສະຖານ 24 ຄົນ​ຖືກ​ເສຍ​ຊີວິດ. ປະຊາຊົນ​ທຸກ​ຊັ້ນ​ວັນນະເປັນ​ຈຳນວນ​ຫຼວງ​ຫຼາຍ​ໃນ​ສັງຄົມ ຄື: ທະ​ນາຍ​ຄວາມ, ນັກ​ທຸລະ​ກິດ ​ແລະ ນັກ​ສຶກສາ​ໄດ້​ດຳ​ເນີນ​ການ​ແຫ່​ຂະ​ບວນປະ​ທ້ວງຢູ່​ບັນດາ​ນະ​ຄອນ​ໃຫຍ່​ຂອງ ປາ​ກິດ​ສະຖານ​ເພື່​ອຄັດຄ້ານ ອາ​​ເມ​ລິ​ກາ.

        ກໍ່​ໃນ​ວັນ​ດຽວ​ກັນ, ​ໃນ​ການ​ຕອບ​ສຳພາດ​ຂອງ CNN, ທ່ານ​ນາ​ຍົກ​ລັດຖະມົນຕີ ​ປາ​ກິດ​ສະຖານ Yousuf Raza Gilani ​ໄດ້​ຊີ້​ແຈງ​ວ່າ: ປາ​ກິດ​ສະຖານ​ຈະ​ຕີ​ລາຄາ​ຄືນ​ບັນດາ​ສັນຍາ​ກັບ ນາ​ໂຕ ​ແລະ ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ​ຢູ່ ອາບ​ກາ​ນິດ​ສະຖານ (ຫຼື ISAF) ພ້ອມ​ກັນ​ນັ້ນ, ການ​ພົວພັນ​ກັບ ອາ​ເມ​ລິ​ກາ​ກໍ່​ສາມາດ​ສືບ​ຕໍ່​ໄດ້​ຖ້າ​ຫາກ​ມີ​ຄວາມ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດລວ​ມ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ