logo

ຊາວ ອາເມລິກາ ແຫ່ຂະບວນປະທ້ວງຄັດຄ້ານບັນດາການບຸກໂຈມຕີຂະໜາດໃຫຍ່ເຂົ້າໃສ່ ອີຣານ

2026/3/1 | 09:31:49
(VOVWORLD) - ຢູ່ສະໜາມຫຼວງ Times Square, ທີ່ ນິວຢອກ, ຫຼາຍຄົນໄດ້ເຕົ້າໂຮມ, ຮ້ອງໂຮຄຳຂວັນຄັດຄ້ານສົງຄາມ ເພື່ອຄັດຄ້ານບັນດາການບຸກໂຈມຕີທາງອາກາດເຊິ່ງເຂົາເຈົ້າຖືວ່າ ອາດຈະຍູ້ໃຫ້ພາກພື້ນ ຕາເວັນອອກກາງ ຕົກເຂົ້າສູ່ສົງຄາມທີ່ເປັນວົງກວ້າງໃຫຍ່ກວ່າ.
ທີ່ສະໜາມຫຼວງ Times Square, ທີ່ ນິວຢອກ
(ພາບ: REUTERS/Heather Khalifa)

ມີປະຊາຊົນນັບພັນຄົນຢູ່ບັນດານະຄອນໃຫຍ່ຂອງ ອາເມລິກາ ໄດ້ລົງຖະໜົນແຫ່ຂະບວນປະທ້ວງໃນວັນທີ 28 ກຸມພາ ເພື່ອຄັດຄ້ານບັນດາການບຸກໂຈມຕີຂະໜາດໃຫຍ່ຂອງ ອາເມລິກາ ແລະ ອິດສະຣາແອັນ ທີ່ແນເຂົ້າໃສ່ ອີຣານ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ.

ຢູ່ສະໜາມຫຼວງ Times Square, ທີ່ ນິວຢອກ, ຫຼາຍຄົນໄດ້ເຕົ້າໂຮມ, ຮ້ອງໂຮຄຳຂວັນຄັດຄ້ານສົງຄາມ ເພື່ອຄັດຄ້ານບັນດາການບຸກໂຈມຕີທາງອາກາດເຊິ່ງເຂົາເຈົ້າຖືວ່າ ອາດຈະຍູ້ໃຫ້ພາກພື້ນ ຕາເວັນອອກກາງ ຕົກເຂົ້າສູ່ສົງຄາມທີ່ເປັນວົງກວ້າງໃຫຍ່ກວ່າ. ມີຜູ້ແຫ່ຂະບວນປະທ້ວງຈຳນວນໜຶ່ງໄດ້ຈັບໂບກທຸງຂອງ ປາແລັດສະຕິນ, ສະແດງໃຫ້ເຫັນຄວາມສາມັກຄີກັບປະຊາຊົນ ກາຊາ.

ຢູ່ນະຄອນຫຼວງ ວໍຊິງຕັນ ແລະ ນະຄອນຈຳນວນໜຶ່ງຢູ່ ອາເມລິກາ, ບັນດາການເດີນຂະບວນຄັດຄ້ານສົງຄາມກໍ່ຈັດຂຶ້ນ ດ້ວຍການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ, ນັກສຶກສາ ແລະ ກຸ່ມເຄື່ອນໄຫວເພື່ອສັນຕິພາບ. ຜູ້ແຫ່ຂະບວນປະທ້ວງມີຄວາມວິຕົກກັງວົນວ່າ ບັນດາການບຸກໂຈມຕີທາງອາກາດ ອາດຈະພາໄປເຖິງການເຮັດໃຫ້ມີຈຳນວນຜູ້ເສຍຊີວິດຫຼາຍ ແລະ ດຶງ ອາເມລິກາ ຕົກເຂົ້າສູ່ການປະທະກັນທີ່ຍາວນານ.

TAG
VOV/VOVworld/​ສັງ​ຄົມ/​ພົນ​ລະ​ເຮືອນ/ນັກ​ສຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ