ສິລະປະຢູ່ເກ ແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ຂອງຊາວເຜົ່າຂະແມ |
ນັບແຕ່ຊຸມປີຕົ້ນສະຕະວັດທີ XX, ຊາວເຜົ່າຂະແມພາກໃຕ້ໃນຂະບວນວິວັດແຫ່ງການອອກແຮງງານທຳການຜະລິດ ແລະ ໃນຊີວິດປະຈຳວັນ ໄດ້ປະດິດຄິດສ້າງສິລະປະ ຢູ່ເກ ດ້ວຍນັກສະແດງແມ່ນບັນດາຜູ້ຄົນຊາວກະສິກອນ. ສິລະປະ ຢູ່ເກມີການສົມທົບລະຫວ່າງການຂັບລຳທຳເພງ, ການສົນທະນາ, ວິທີສະແດງແບບພື້ນເມືອງ ແລະ ດົນຕີພື້ນເມືອງ, ລາຍການສະແດງ ຢູ່ເກເຄີຍຖືກນຳໃຊ້ຈາກເລື່ອງນິທານ, ເລື່ອງເທບນິຍາຍຂອງຊາວເຜົ່າຂະແມ ຫຼື ບັນດາບົດລະຄອນຂັບ ກ່າຍເລືອງພື້ນເມືອງເຄີຍມີເນື້ອໃນອັນລຽບງ່າຍ ແລະ ເລິກເຊິ່ງ. ທ່ານ ລຸກແທັງຫຽບ ຮອງຫົວໜ້າກອງສິລະປະເຜົ່າຂະແມ ແຂວງ ຊັອກຈັງ ໃຫ້ຮູ້ວ່າ:
“ສິລະປະການສະແດງບົນເວທີຢູ່ເກພາກໃຕ້ ແມ່ນຜະລິດຕະພັນທາງດ້ານວັດທະນະທຳຈິດໃຈທີ່ເປັນເອກະລັກ. ເວທີສະແດງ ຢູ່ເກຍັງຊ່ວຍໃຫ້ປະຊາຊົນຮູ້ສຶກໄດ້ເຖິງສິ່ງທີ່ດີ ສິ່ງທີເປັນທຳ ສິ່ງທີ່ສຸດຈະລິດ ແລະ ສິ່ງທີ່ໂຫດຮ້າຍ, ກຳນົດທິດໃຫ້ແກ່ມະນຸດສ້າງຕົນເອງໃຫ້ສົມບູນແບບ”.
ຍ້ອນການກຳເນີດຂຶ້ນໂດຍອີງໃສ່ທາງດ້ານພູມປັນຍາ ແລະ ຄວາມຮັກສິ່ງທີ່ດີງາມ ດັ່ງນັ້ນຢູ່ເກໄດ້ຖືກເຜີຍແຜ່ໄປທົ່ວບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍບັນດາກອງສິລະປະກອນເຜົ່າຂະແມ. ປະເພດສິລະປະນີ້ ເຄີຍຖືກສະແດງຢູ່ຕາມວັດວາອາຮາມໃນໂອກາດງານບຸນ ຫຼື ໃນການດຳລົງຊີວິດວັດທະນະທຳສິລະປະວັນນະຄະດີຂອງຊຸມຊົນ. ທ່ານ ລຸກແທັງຫຽບ ໃຫ້ຮູ້ຕື່ມອີກວ່າ:
“ສິລະປະການສະແດງບົນເວທີຢູ່ເກໄດ້ຊຶມເລິກເຂົ້າໃນຈິດໃຈຂອງຊາວເຜົ່າຂະແມ. ບັນດາກອງສິລະປະກອນເຜົ່າຂະແມທັງໝົດ ເຖິງວ່າໄປສະແດງຢູ່ທຸກແຫ່ງຫົນໃດກໍ່ຕາມ ແຕ່ພໍ່ແມ່ພີ່ນ້ອງຊາວທ້ອງງຖິ່ນກໍ່ມາຊົມຢ່າງຫຼວງຫຼາຍ. ມີບາງຄັ້ງກໍ່ສະແດງເຖິງ 23, 24 ໂມງ ແລະ ພໍ່ແມ່ພີ່ນ້ອງກໍ່ຍັງປູສາດນັ່ງຊົມຈົນສຸດ”.
ເພື່ອອະນຸລັກຮັກສາ, ໃນແຕ່ລະປີ ບັນດາກອງສິລະປະ ຢູ່ເກ ກໍ່ລ້ວນແຕ່ມານະພະຍາຍາມຟື້ນຟູ ປະດິດຄິດແຕ່ງຫຼາຍບົດລະຄອນໃໝ່ ແລະ ຈັດຕັ້ງການເດີນທາງໄປສະແດງນັບ10 ຄັ້ງ ເພື່ອຮັບໃຊ້ພໍ່ແມ່ພີ່ນ້ອງເຜົ່າຂະແມ ຢູ່ທ້ອງຖິ່ນຕ່າງໆໃນລະດູແລ້ງ. ພິເສດໃນປີ 2013 ແລະ 2023, ສະມາຄົມນັກສະແດງ ນັກສິລະປິນບົນເວທີ ບັນດາທ້ອງຖິ່ນໄດ້ສົມທົບກັນຈັດຕັ້ງງານມະໂຫລານເວທີສະແດງ ຢູ່ເກເຜົ່າຂະແມຄັ້ງທີໜຶ່ງ ແລະ ຄັ້ງທີສອງ. ນີ້ແມ່ນໜຶ່ງໃນບັນດາວິທີການຢ່າງມີປະສິດທິຜົນ ເພື່ອນຳປະເພດສິລະປະພື້ນເມືອງນີ້ຍັບເຂົ້າໃກ້ກັບມວນຊົນ
ທ່ານ ເຢືອງຮວ່າງຊູມ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ຈ໋າວິງ ໃຫ້ຮູ້ວ່າ:
“ພະແນກວັດທະນະທຳທ່ອງທ່ຽວ ໄດ້ສົມທົບກັບບັນດາທ້ອງຖິ່ນ ຄະນະອະທິການວັດທີ່ມີກອງສິລະປະເວທີສະແດງ ຢູ່ເກເຄື່ອນໄຫວຢູ່ທ້ອງຖິ່ນ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍການເຄື່ອນໄຫວຢ່າງມີປະສິດທິຜົນ. ໃນໄລຍະທີ່ຈະມາເຖິງ ພວກຂ້າພະເຈົ້າຈະມຸ່ງໄປສູ່ວຽກງານບຳລຸງສ້າງ ຈັດສ້າງບົດລະຄອນໜູນຊ່ວຍການເຄື່ອນໄຫວບໍ່ພຽງແຕ່ໃນເຂດ, ໃນແຂວງເພື່ອແນໃສ່ຮັກສາຄຸນນະພາບການເຄື່ອນໄຫວຂອງກອງສິລະປະເຜົ່າຂະແມໃນແຂວງ ຈ໋າວິງ ເພື່ອນຳປະເພດສິລະປະນີ້ເຊື່ອນໂຍງເຂົ້າກັບບັນດາປະເພດສິລະປະວັດທະນະທຳເຜົ່າອື່ນໆອີກດ້ວຍ”.
ປີ 2014 ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ໄດ້ຮັບຮອງສິລະປະເວທີແດງ ຢູ່ເກຂອງຊາວເຜົ່າຂະແມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນກຳລັງໜູນເພື່ອໃຫ້ສຽງດົນຕີສຽງຂັບ ຢູ່ເກເພີ່ມຄວາມອ່ອນຫວານ, ຄຶກຄື້ນມ່ວນຊື່ນແລະ ຍືນຍົງຄົງຕົວ



