logo

ຊາ​ວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ

2024/11/23 | 08:00:00
(VOVWORLD) -     ວັນທີ 23 ພະຈິກແມ່ນວັນມໍລະດົກວັດທະນະທຳຫວຽດນາມຫວຽດນາມມີສາງມໍລະດົກວັດທະນະທຳທີ່ອຸດົມສົມບູນຫຼາຍຮູບຫຼາຍແບບດ້ວຍມໍລະດົກວັດທະນະທຳຫຼາຍກ່ວາ 40.000 ຢ່າງໄດ້ຮັບການສຳຫຼວດກວດກາຂຶ້ນບັນຊີ. UNESCO ໄດ້ຮັບຮູ້ 8 ມໍລະດົກວັດທະນະທຳແລະທຳມະຊາດ, 15 ມໍລະດົກວັດທະນະທຳບໍ່ເປັນວັດຖຸແລະ 9 ມໍລະດົກວັດທະນະທຳເອກະສານໄປຄຽງຄູ່ກັນນັ້ນມີຫໍພິພິທະພັນເກືອບ 200 ແຫ່ງໄດ້ເກັບຮັກສາວັດຖຸພັນເກືອບ 4 ລ້ານຢ່າງໃນນັ້ນມີວັດຖຸພັນແລະກຸ່ມວັດຖຸພັນເກືອບ 200 ຢ່າງໄດ້ຮັບການຢັ້ງຢືນແມ່ນວັດຖຸປະເສີດຂອງຊາດໃນຊຸມປີມໍ່ໆມານີ້ນັບມື້ນັບມີຊາວໜຸ່ມຫຼາຍຄົນເຂົ້າຮ່ວມການຟື້ນຟູຫັນມໍດົກ, ຮ່ອງຮອຍສະຖານກາຍເປັນດີຈີຕອນຈາກນັ້ນກໍ່ປະກອບສ່ວນເຂົ້າໃນການອະນຸລັກຮັກສາມໍລະດົກວັດທະນະທຳຫວຽດນາມ.

ຫ້ອງວາງສະແດງ 3D (ພາບ: ຫໍພິພິທະພັນ ປະຫວັດສາດ ແຫ່ງຊາດ)

ໂດຍແມ່ນໜຶ່ງໃນບັນດາຫໍພິພິທະພັນແຫ່ງທຳອິດຢູ່ ຫວຽດນາມ ທີ່ໝູນໃຊ້ການຫັນເປັນດີຈີຕອນໃນບັນດາການເຄື່ອນໄຫວວາງສະແດງ, ຫໍພິພິທະພັນປະຫວັດສາດ ແຫ່ງຊາດ ໄດ້ປະສານສົມທົບກັບບັນດານັກເຕັກນິກໜຸ່ມຂອງບໍລິສັດ Vietsoft pro ແນະນຳບັນດາການໝູນໃຊ້ເຕັກໂນໂລຢີເຖິງມະຫາຊົນ. ເຂົ້າຮ່ວມວິວັດການຫັນຫໍພິພິທະພັນເປັນດີຈີຕອນ, ນັກວິສະວະກອນ ຈ້ອງບັ່ງ ຖືວ່າ ການໝູນໃຊ້ເຕັກໂນໂລຢີທີ່ກ້າວໜ້າໄດ້ຊ່ວຍໃຫ້ແຂກເຂົ້າຊົມຫໍພິພິທະພັນມີການຄົ້ນຫາຢ່າງຮອບດ້ານກ່ວາ.

ແທນທີ່ການອ່ານບັນດາຄຳອະທິບາຍຂອງວັດຖຸພັນແບບທຳມະດາ, ແຂກທ່ອງທ່ຽວອາດຈະນຳໃຊ້ສມາດໂຟນ ແລະ scan ລະຫັດ QR, ຜ່ານນັ້ນ ກໍ່ຂຸດຄົ້ນຂໍ້ມູນຕື່ມອີກ, ຮັບຟັງການອະທິບາຍແບບອັດຕະໂນມັດ ຫຼືສຳຜັດກັບວັດຖຸພັນແບບ 3 ມິຕິ, ພິເສດແມ່ນ ເນື້ອໃນ ແລະ ຮູບແບບໄດ້ຮັບການອັບເດດຢ່າງຕໍ່ເນື່ອງ, ບໍ່ຖືກຈຳກັດຍ້ອນສະຖານທີ່ ແລະ ວັນເວລາ.

ບໍ່ພຽງແຕ່ໄດ້ຮັບຊົມບັນດາສະຖານທີ່ວາງສະແດງທີ່ມີຊີວິດຊີວາຂອງຫໍພິພິທະພັນ 3ມິຕິ ເທົ່ານັ້ນ, ມະຫາຊົນຍັງໄດ້ຮັບຊົມວັດຖຸພັນອັນປະເສີດລະດັບຊາດ 20 ຢ່າງທີ່ພວມໄດ້ວາງສະແດງຢູ່ຫໍພິພິທະພັນໃນເວັບໄຊ: Baovatquocgia.baotangso.com ອີກດ້ວຍ. ນະທີ່ນີ້, ບັນດາວັດຖຸປະເສີດເປັນດີຈີຕອນ ແລະ ນຳເຂົ້າສູ່ພື້ນຖານດີຈີຕອນດ້ວຍບັນດາຂໍ້ມູນທີ່ຄົບຖ້ວນ, ລະອຽດພ້ອມກັບການອະທິບາຍ, ແນະນຳເພື່ອໃຫ້ທຸກເປົ້າໝາຍລ້ວນແຕ່ສາມາດສຳຜັດໄດ້.

ບັນດາຮ່ອງຮອຍສະຖານປະຫວັດສາດ, ສິ່ງລ້ຳຄ່າ, ວັດຖຸພັນໄດ້ຮັບການສ້າງຂຶ້ນຄືນໃໝ່ດ້ວຍເຕັກໂນໂລຢີທີ່ກ້າວໜ້າທີ່ສຸດ ໄດ້ເຮັດໃຫ້ມໍລະດົກ ແລະ ເຕັກໂນໂລຢີຟື້ນຟູຄືນໃໝ່ ເຮັດໃຫ້ມັນມີຄວາມດູດດື່ມຕໍ່ມະຫາຊົນ, ລຸ້ນໜຸ່ມປັດຈຸບັນຈະມີການສັງເກດທີ່ມີຊີວິດຊີວາສຳລັບມໍລະດົກ, ກ່ຽວກັບປະຫວັດສາດຂອງຊາດ. ພ້ອມກັບຫໍພິພິທະພັນແຫ່ງຊາດ, ໃນໄລຍະຜ່ານມາ ເປັນຕົ້ນແມ່ນໄລຍະເກີດພະຍາດໂຄວິດ - 19 ແລະ ພາຍຫຼັງພະຍາດໂຄວິດ - 19, ມີຫໍພິພິທະພັນຫຼາຍແຫ່ງກໍ່ຍູ້ແຮງການຫັນເປັນດີຈີຕອນເທື່ອລະກ້າວ, ນຳໃຊ້ເຕັກໂນໂລຢີປ່ຽນແປງວິທີການວາງສະແດງ…

ການຫັນເປັນດີຈີຕອນ, ອະນຸລັກຮັກສາມໍລະດົກແມ່ນຮັກສາໃຫ້ແກ່ຄົນລຸ້ນຫຼັງ. ທ່ານ ຮອງສາດສະດາຈານ, ປ.ອ ບຸຍຮວ່າຍເຊີນ ກຳມະການປະຈຳ ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ຖືວ່າ:

ຂ້າພະເຈົ້າຕີລາຄາຢູ່ລະດັບສູງທີ່ສຸດຕໍ່ບັນດາຄວາມມານະພະຍາຍາມຂອງໄວໜຸ່ມໃນບັນດາໂຄງການຫັນມໍລະດົກເປັນດີຈີຕອນ. ພວກເຮົາພວມດຳລົງຊີວິດໃນໂລກດີຈີຕອນ. ບັນດາຄວາມມານະພະຍາຍາມນີ້ ຊ່ວຍສ້າງພະລັງຊີວິດໃໝ່ໃຫ້ແກ່ມໍລະດົກວັດທະນະທຳເຮັດໃຫ້ມໍລະດົກວັດທະນະທຳມີຄວາມດຶງດູດກວ່າ, ໃກ້ຊິດກວ່າ ແລະ ມີຈຸດຢືນທີ່ໝັ້ນແກ່ນກວ່າໃນສະພາບການສັງຄົມປັດຈຸບັນ. ຈາກນັ້ນ, ພວກເຮົາອາດຈະຂຸດຄົ້ນທ່າໄດ້ປຽບຫຼາຍຢ່າງຈາກມໍລະດົກທີ່ໄດ້ຫັນເປັນດີຈີຕອນຄັ້ງນີ້.

ດ້ວຍທ່າແຮງກ່ຽວກັບເຕັກໂນໂລຢີ, ໄວໜຸ່ມປັດຈຸບັນ ພວມພ້ອມກັນນຳຮູບແບບທີ່ໃໝ່ອ່ຽມມາໃຫ້ຄຸນຄ່າໃນເມື່ອກ່ອນຊ່ວຍໃຫ້ວັດທະນະທຳພື້ນເມືອງສະແດງໃຫ້ເຫັນຄຸນຄ່າທີ່ບໍ່ສາມາດຂາດໄດ້ໃນກະແສຍຸກປັດຈຸບັນ. ອ້າຍດັ່ງຟານດຽບ, ຜູ້ອຳນວຍການຝ່າຍເຕັກນິກ ບໍລິສັດ Vietsoft pro ໃຫ້ຂໍ້ສັງເກດວ່າ:

ຂໍ້ມູນດີຈີຕອນ ຊ່ວຍການເກັບຮັກສາມີຄວາມສະດວກກວ່າ, ຍາວນານກວ່າ ແລະໄດ້ປະຕິບັດເປັນຢ່າງດີກວ່າ. ພວກເຮົາອາດຈະຫັນບັນດາຂໍ້ມູນດີຈີຕອນນີ້ມີຄວາມດຶງດູດກວ່າ. ຂ້າພະເຈົ້າເຊື່ອໝັ້ນວ່າ ຈາກຄວາມຈູບຈ້າວ, ພວກເພື່ອນໜຸ່ມອາດຈະມີຄວາມຕັດສິນໃຈຕື່ມອີກໃນການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ຂ້າພະເຈົ້າກໍ່ເຫັນໄດ້ວ່າ ຈຸດດີນັ້ນອາດຈະສ້າງບັນດາຜະລິດຕະພັນໃໝ່ຈາກບັນດາຜົນສຳເລັດຂອງວິທະຍາສາດເຕັກໂນໂລຢີ.

ທ່ານ ຮອງສາດສະດາຈານ, ປ.ອ ບຸຍຮວ່າຍເຊີນ ກຳມະການປະຈຳ ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ

ບໍ່ພຽງແຕ່ຫັນມໍລະດົກເປັນດີຈີຕອນ, ດ້ວຍຫົວຄິດປະດິດສ້າງ ແລະ ນ້ຳໃຈຄວາມຮັກແພງຕໍ່ມໍລະດົກຂອງຊາດ, ຊາວໜຸ່ມໃນປັດຈຸບັນມີຫຼາຍວິທີການທີ່ໃໝ່ອ່ຽມ ເມື່ອປະສົມປະສານລະຫວ່າງແບບມູນເຊື້ອກັບທັນສະໄໝ. ບັນດາກຸ່ມນີ້ໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກເປັນຈຳນວນຫຼາຍ, ຈາກນັ້ນກໍ່ແຜ່ຂະຫຍາຍຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ປຸກລຸກນ້ຳໃຈຮັກຫອມບັນດາມໍລະດົກຂອງຄົນລຸ້ນກ່ອນ. ທ່ານບຸຍຮ່ວາຍເຊີນ ໃຫ້ຮູ້ວ່າ:

ບັນດາລວດລາຍໃນເມື່ອກ່ອນໄດ້ຕ່ຳຢ່າງລະອຽດລະອໍ. ເພາະສະນັ້ນ, ພວກຂ້າພະເຈົ້າໄດ້ນຳໃຊ້ເຕັກໂນໂລຢີພິມທີ່ທັນສະໄໝໃນການອອກແບບຊຸດອາພອນຫວຽດເດີມເພື່ອເຮັດໃຫ້ຮູບພາບຂອງຜະລິດຕະພັນຍັງຮັກສາໄດ້ຮູບຮ່າງ, ລວດລາຍ.

ໄວໜຸ່ມ, ພະລັງປະດິດຄິດສ້າງ, ຄວາມຮູ້ກ່ຽວກັບເຕັກໂນໂລຢີ ແລະ ນ້ຳໃຈຕໍ່ວັດທະນະທຳຂອງຊາດແມ່ນບັນດາປັດໄຈສຳຄັນເພື່ອໃຫ້ຊາວໜຸ່ມຫວຽດ ຜ່ານຜ່າບັນດາສິ່ງທ້າທາຍໃນວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນດີງາມຂອງຊາດ.

TAG
VOV/VOVworld/ຫໍ​ພິ​ພິ​ທະ​ພັນ/ປະ​ຫວັດ​ສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ