logo

ຊາວ​ໜຸ່ມ ຫວຽດ​ນາມ “ຄຸນ​ນະ​ທາດສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ນຳ​ໜ້າ​ປະ​ດິດ​ຄິດ​ສ້າງ - ​ຄາດ​ຫວັງ​ອຸ​ທິດ​ສ່ວນ - ເປັນ​ເຈົ້າ​ຂອງ​ອະ​ນາ​ຄົດ

2026/3/24 | 12:01:23
(VOVWORLD) - ກຳລັງຊາວໜຸ່ມໃນວັນນີ້ ອາດຈະຍົກອອກທິດນຳການເຄື່ອນໄຫວ ດັ່ງນີ້: “ຄຸນນະທາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ນຳໜ້າປະດິດຄິດສ້າງ - ຄາດຫວັງອຸທິດສ່ວນ - ເປັນເຈົ້າຂອງອະນາຄົດ”.
ທ່ານເລຂາທິການໃຫຍ່ ໂຕເລິມ ໂອ້ລົມກັບຜູ້ແທນທົ່ວປະເທດ ສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ  IX
(ພາບ: VOV)

ໃນບົດຂຽນພາຍໃຕ້ຫົວຂໍ້ “ຊາວໜຸ່ມກັບອະນາຄົດຂອງປະເທດຊາດ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຄົບຮອບ 95 ປີ (26/3/1931-26/3/2026), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງວ່າ 95 ປີຜ່ານມາ, ຊາວໜຸ່ມຍາມໃດກໍແມ່ນກຳລັງປະຈັນບານ, ແກ່ນສານ, ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດໃນຫຼາຍຂົງເຂດ. ໃນສະພາບການປະເທດຊາດໃນປັດຈຸບັນ, ທ່ານເລຂາທິການໃຫຍ່ ສະເໜີວ່າ ໃນຂົງເຂດຮ່ຳຮຽນ: ຊາວໜຸ່ມຕ້ອງຝຶກຝົນຫຼໍ່ຫຼອມຈິນຕະນາການຕີລາຄາສັງຄົມ, ຈິນຕະນາການລະບົບ, ກຳລັງຄວາມສາມາດຮຽນດ້ວຍຕົນເອງຕະຫຼອດຊີວິດ, ເປັນເຈົ້າຂອງພາສາຕ່າງປະເທດ, ທັກສະດີຈີຕອນ ແລະ ວິທີການຄົ້ນຄວ້າວິທະຍາສາດ. ໃນການອອກແຮງງານ, ຕ້ອງຮູ້ເຄົາລົບນັບຖືລະບຽບວິໄນ, ເຄົາລົບຂັ້ນຕອນ ແຕ່ບໍ່ຍອມຮັບເຮັດຕາມແບບເກົ່າ, ບໍ່ພໍໃຈກັບສິ່ງທີ່ຕົນພວມມີ. ໃນການຜະລິດ, ດຳເນີນທຸລະກິດ, ຕ້ອງກ້າຫານໝູນໃຊ້ເຕັກໂນໂລຢີ, ຍົກສູງຄຸນນະພາບການບໍລິຫານ, ປົວແປງສະມັດຕະພາບ, ສ້າງເຄື່ອງໝາຍການຄ້າ ຫວຽດນາມ ດ້ວຍຄຸນນະພາບ ແລະ ຫົວຄິດປະດິດສ້າງ. ໃນຂົງເຂດພາກລັດ, ຊາວໜຸ່ມຕ້ອງປະກອບສ່ວນສ້າງພື້ນຖານບໍລິຫານທັນສະໄໝ, ຈະແຈ້ງ, ມີປະສິດທິພາບປະສິດທິຜົນ. ໃນຂົງເຂດວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຊາວໜຸ່ມຕ້ອງເປັນເຈົ້າການໝູນໃຊ້ມາດຕະການໃໝ່ເຂົ້າໃນການປະຕິບັດຕົວຈິງ, ຮັກສາສີສັນ, ປົກປັກຮັກສາປະເທດຊາດ. ເວົ້າລວມແລ້ວ, ກຳລັງຊາວໜຸ່ມໃນວັນນີ້ ອາດຈະຍົກອອກທິດນຳການເຄື່ອນໄຫວ ດັ່ງນີ້: “ຄຸນນະທາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ - ນຳໜ້າປະດິດຄິດສ້າງ - ຄາດຫວັງອຸທິດສ່ວນ - ເປັນເຈົ້າຂອງອະນາຄົດ”.

TAG
VOV/VOVworld/ຊາວ​ໜຸ່ມ ຫວຽດ​ນາມ/ປະ​ຈັນ​ບານ/ຄຸນ​ນະ​ທາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ