logo

ຍົກສູງປະສິດທິຜົນການຮ່ວມມືລະຫວ່າງນະຄອນຫຼວງສອງປະເທດຫວຽດນາມ-ລາວ

2017/3/27 | 06:54:58
(vovworld) - ວັນທີ 26/3, ທີ່ ຮ່າໂນ້ຍ, ​ໄດ້ດຳເນີນການພົບປະເຈລະຈາລະຫວ່າງ ຄະນະຜູ້ແທນຄະນະພັກ ນະຄອນຮ່າໂນ້ຍ ໂດຍທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ

ທ່ານ ຮ່ວາງຈູງຫາຍ ເລຂາຄະນະພັກນະຄອນ ຮ່າໂນ້ຍ  ແລະ
ທ່ານ ສິນລະວົງ ຄຸດໄພທູນ  ເຈົ້າຄອງ ນະຄອນຫຼວງ ວຽງຈັນ
(ພາບ: TTXVN)

(vovworld) - ວັນທີ 26/3, ທີ່ ຮ່າໂນ້ຍ, ​ໄດ້ດຳເນີນການພົບປະເຈລະຈາລະຫວ່າງ ຄະນະຜູ້ແທນຄະນະພັກ ນະຄອນຮ່າໂນ້ຍ ໂດຍທ່ານ ຮ່ວາງຈູງຫາຍ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ເປັນຫົວໜ້າຄະນະ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ (ລາວ) ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ໂດຍທ່ານ ສິນລະວົງ ຄຸດໄພທູນ, ເລຂາຄະນະພັກນະຄອນ ວຽງຈັນ, ເຈົ້າຄອງ ນະຄອນຫຼວງ ວຽງຈັນ ເປັນຫົວໜ້າຄະນະ.

  ທ່ານ  ຮ່ວາງຈູງຫາຍ ຢືນຢັນວ່າ ຮ່າໂນ້ຍ ຈະມານະພະຍາຍາມ ຈົນສຸດຄວາມສາມາດຂອງຕົນ ເພີ່ອເພີ່ມພູນຄູນສ້າງອາລົມຈິດ ລະຫວ່າງ ສອງປະເທດ, ສອງນະຄອນຫຼວງ. ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຮ່າໂນ້ຍ ຍາມໃດກໍ່ຖືວ່າ ນີ້ແມ່ນພາກສ່ວນສຳຄັນ ໃນວຽກງານພົວພັນຕ່າງປະ​ເທດ ຂອງນະຄອນ.  ທ່ານ ຮ່ວາງຈູງຫາຍ ເນັ້ນໜັກວ່າ ຮ່າໂນ້ຍ ແລະ ວຽງຈັນ ເພີ່ມທະວີການແລກປ່ຽນ, ແບ່ງປັນ ບັນດາເງື່ອນໄຂພິເສດ ແລະ ບົດຮຽນ ເພື່ອ ​ໃຫ້ການພົວພັນຮ່ວມມື ກ້າວເຂົ້າສູ່ລວງເລິກ.

 ສ່ວນ ທ່ານ ສິນລະວົງ ຄຸດໄພທູນ ສະເໜີວ່າໃນໄລຍະຈະມາເຖິງ, ສອງນະຄອນຫຼວງ ຈະເພີ່ມທະວີຍົກສູງຄຸນນະພາບການຮ່ວມມື. ວຽງຈັນປາດຖະໜາວ່າ ຮ່າ​ໂນ້ຍ ຈະໜູນຊ່ວຍ ໃຫ້ບັນດາຜະລິດຕະພັນກະ​ເສດ ຂອງລາວ ໄດ້ຂາຍ ຢູ່ ຫວຽດນາມ, ສືບຕໍ່ໂຄງການສ້າງສູນກາງການຄ້າ ຂອງ ວຽງຈັນ ຢູ່​ຮ່າ​ໂນ້ຍ ກໍ່ຄື​ສູນ​ການ​ຄ້າ​ຂອງ​ຮ່າ​ໂນ້ຍ ຢູ່ ວຽງຈັນ​. ວຽງຈັນສະເໜີ ຮ່າໂນ້ຍ ໜູນຊ່ວຍ ໃນວຽກງານ ຈັດຕັ້ງສະພາປະຊາຊົນທຸກຂັ້ນ ແລະ ປະຕິຮູບດ້ານ​ການບໍລິຫານ, ກໍ່ສ້າງ ແຫຼ່ງຊັບພະຍາກອນມະນຸດ.


TAG
vov/vovworld/ວຽງຈັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ