ຢູ່ທ່າມກາງພູຜາປ່າໄມ້ທີ່ຂຽວອຸ່ມທຸ່ມ, ບ້ານຊາຍແດນ ປູຮາວ, ຕາແສງ ເມື່ອງລານ, ເມືອງ ສົບກົບ, ແຂວງ ເຊີນລາ ປະກົດຂຶ້ນຢ່າງສວຍງາມ (ພາບ: VOV) |
ໃກ້ຈະຮອດບຸນເຕັດ, ຄອບຄົວເອື້ອຍ ເລົ່າທິຢາ, ຊາວເຜົ່າມົ້ງ, ບ້ານ ຢາເຄົາ 1, ຕາແສງ ສຸ່ງຝ່າຍ, ນະຄອນ ລາຍເຈົາ, ແຂວງ ລາຍເຈົາ ເຕັມໄປດ້ວຍສຽງເວົ້າສຽງຫົວຢ່າງຄຶກຄື້ນມ່ວນຊື່ນ. ພໍ່ແມ່ພີ່ນ້ອງມາສະແດງຄວາມດີໃຈນຳຄອບຄົວເມື່ອຍ້າຍມາຢູ່ເຮືອນຫຼັງໃໝ່, ຕ່າງຄົນຕ່າງມີສ່ວນຮ່ວມຊ່ວຍອະນາໄມ, ມ້ຽນມັດເຄື່ອງຂອງ. ພາຍຫຼັງດຳລົງຊີວິດຢູ່ເຮືອນຊົ່ວຄາວ ທີ່ຕ້ອງກັ້ງບັງລົມພັດເຂົ້າເຮືອນເປັນຫຼາຍປີນັ້ນ, ນີ້ເປັນຄັ້ງທຳອິດທີ່ທັງຄອບຄົວເອື້ອຍ ໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ກວ້າງຂວາງ, ງາມຕາ ແລະ ຖາວອນ. ເຮືອນຫຼັງນີ້ໄດ້ຮັບການກໍ່ສ້າງຈາກແຫຼ່ງເງິນໜູນຊ່ວຍ 50 ລ້ານດົງຈາກຄະນະກຳມະການແນວໂຮມປະເທດຊາດນະຄອນ, ພ້ອມກັບຈຳນວນເງິນກູ້ຢືມສົມທົບ 30 ລ້ານ ແລະ ການຊ່ວຍເຫຼືອຈາກຍາດຕິພີ່ນ້ອງ, ພໍ່ແມ່ປະຊາຊົນໃນບ້ານ. ຄວາມປິຕິຊົມຊື່ນຂອງຄອບຄົວຍິ່ງໄດ້ຮັບການທະວີຄູນເມື່ອມີຜູ້ໃຈບຸນໃຈກຸສົນມາມອບໂຕະຕັ່ງ, ເຄື່ອງໃຊ້ສອຍພາຍໃນເຮືອນ ໃນມື້ຂຶ້ນເຮືອນໃໝ່.
“ຖ້າບໍ່ມີການໜູນຊ່ວຍຂອງລັດ ແລະ ອຳນາດການປົກຄອງຕາແສງ, ບໍ່ຮູ້ວ່າເວລາໃດສາມແມ່ລູກຂ້າພະເຈົ້າຈຶ່ງມີເຮືອນຢູ່. ຂ້າພະເຈົ້າດີໃຈຫຼາຍ ເພາະວ່າ ບັນດາຄອບຄົວທຸກຍາກຄືຂ້າພະເຈົ້າ ໄດ້ຮັບຄວາມເອົາໃຈໃສ່, ການແບ່ງປັນຂອງທົ່ວສັງຄົມ. ເພື່ອໃຫ້ຊີວິດການເປັນຢູ່ຫຼຸດຜ່ອນຄວາມທຸກຍາກລຳບາກ, ແມ່ລູກຂ້າພະເຈົ້າຈະພະຍາຍາມທຳການຜະລິດເພື່ອມີລາຍຮັບເພີ່ມ, ຫຼຸດພົ້ນອອກຈາກສະພາບຄອບຄົວທຸກຍາກໂດຍໄວ”.
ພິທີມອບເຮືອນໃຫ້ແກ່ປະຊາຊົນຢູ່ຕາແສງ ເຟຶອກຮຶງ, ເມືອງ ຈ່າກູ໊, ແຂວງ ຈ່າວິງ (ພາບ: tracu.travinh.gov.vn) |
ສ່ວນຢູ່ບ້ານຊາຍແດນ ປູຮາວ, ຕາແສງ ເມືອງລ້ານ, ເມືອງ ຊົບກົບ, ແຂວງ ເຊີນລາ, ມື້ທີ່ເຮືອນຫຼັງສຸດທ້າຍຂອງບ້ານໄດ້ຮັບການກໍ່ສ້າງສຳເລັດ ກໍແມ່ນຈຸດເວລາລະດູບານໃໝ່ວຽນມາເຖິງບັນດາໝູ່ບ້ານພໍ່ແມ່ພີ່ນ້ອງຊາວເຜົ່າມົ້ງຢູ່ທີ່ນີ້.
ປີນີ້, ພໍ່ແມ່ພີ່ນ້ອງມີເຮືອນຫຼັງໃໝ່ຢູ່ແບບຖາວອນ ພາຍຫຼັງຫຼາຍປີທີ່ຢູ່ເຮືອນຝາດິນ ພ້ອມກັບຄວາມເປັນຫ່ວງເມື່ອຮອດລະດູໄພທຳມະຊາດ. ເອື້ອຍ ທ່າວທິເຈຍ, ຊາວເຜົ່າ ປູຮາວ, ແບ່ງປັນດ້ວຍຄວາມດີໃຈວ່າ:
“ປີນີ້ມີເຮືອນຫຼັງໃໝ່, ບຸນເຕັດປີນີ້ຈະໃຫຍ່ກວ່າປີກາຍ. ພວກຂ້າພະເຈົ້າໄດ້ຈັດງານລ້ຽງຕ້ອນຮັບບຸນເຕັດ ແລະ ຂຶ້ນເຮືອນໃໝ່ເລີຍ, ເຊີນພໍ່ແມ່, ພີ່ນ້ອງໃນບ້ານມາຮ່ວມນຳ. ຂ້າພະເຈົ້າໄດ້ກະກຽມເຂົ້າໜົມໄຢ, ໝູໜຶ່ງໂຕ ແລະ ໄກ່ 2 – 3 ໂຕ ເພື່ອຕ້ອນຮັບບຸນເຕັດພ້ອມກັບພໍ່ແມ່ພີ່ນ້ອງໃນບ້ານ”.
ດ້ວຍວິທີສ້າງຂະບວນການ “ຄອບຄົວຊ່ວຍຄອບຄົວ, ບ້ານຊ່ວຍບ້ານ, ຕາແສງຊ່ວຍຕາແສງ”; ຂົນຂວາຍການສະໜັບສະໜູນ, ຊ່ວຍເຫຼືອຂອງສັງຄົມ, ພ້ອມກັບຄວາມຮັບຜິດຊອບຂອງຜູ້ນຳໜ້າ; ບັນດາບ່ອນທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ກໍ່ມີການໜູນຊ່ວຍຂອງກຳລັງປະກອບອາວຸດ… ຍ້ອນເຫດນັ້ນ ມີຄອບຄົວທຸກຍາກນັບພັນຄອບຄົວຢູ່ເຂດພູສູງ ເຕີຍບັກ, ເຊັ່ນ: ເຊີນລາ, ລ່າວກາຍ, ລາຍເຈົາ, ດ້ຽນບຽນ, ອຽນບ໊າຍ… ຈຶ່ງສາມາດລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້. ຄືດັ່ງຄອບຄົວຂອງເອື້ອຍ ຢາ, ເອື້ອຍ ເຈຍ, ບຸນປີໃໝ່ປີນີ້ ມີຄວາມອຸ່່ນອ່ຽນໃຈກວ່າ ເມື່ອໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ເຕັມໄປດ້ວຍນ້ຳໃຈແຫ່ງຄວາມອົບອຸ່ນ, ເມດຕາປານີ.
ຍິງ: “ມື້ນີ້, ນ້ອງດີໃຈຫຼາຍ ເພາະວ່າ 3 ແມ່ລູກໄດ້ຍ້າຍມາຢູ່ເຮືອນຫຼັງໃໝ່ທີ່ສວຍງາມ, ກວ້າງຂວາງ. ໃນເມື່ອກ່ອນນ້ອງພຽງແຕ່ຝັນຢ່າງດຽວ, ແຕ່ປັດຈຸບັນມັນກາຍເປັນຄວາມຈິງແລ້ວ ຫາກບໍ່ແມ່ນຄວາມຝັນອີກແລ້ວ”.
ຊາຍ: ລັດ ແລະ ບັນດາຫົວຫນ່ວຍ ໄດ້ຊ່ວຍເຫຼືອຂ້າພະເຈົ້າ ສ້າງເຮືອນຫຼັງໃໝ່ທີ່ອົບອຸ່ນກວ່າ. ຂ້າພະເຈົ້າດີໃຈຫຼາຍ. ສອງຜົວເມຍຂ້າພະເຈົ້າຈະພະຍາຍາມສູ້ຊົນເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍໄວ”.
ຢູ່ພາກໃຕ້, ຄວາມປິຕິຊົມຊື່ນທີ່ໄດ້ຍ້າຍມາຢູ່ເຮືອນຫຼັງໃໝ່ໃນໂອກາດລະດູບານໃໝ່ກໍແຜ່ກະຈາຍໄປສູ່ພໍ່ແມ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຄອບຄົວປ້າ ແທັກທິຊຽມ, ຢູ່ຕາແສງ ງອກບຽນ, ເມືອງ ຈ່າກູ໊, ແຂວງ ຈ່າວິງ ແມ່ນຄອບຄົວທຸກຍາກໃນທ້ອງຖິ່ນ. ຫຼາຍປີຜ່ານມາ, ຄອບຄົວຂອງປ້າຕ້ອງຢູ່ໃນເຮືອນຫຼັງເກົ່າໆ, ເຮືອນຮົ່ວເພ, ລາຍຮັບບໍ່ເປັນປົກກະຕິ ສະນັ້ນ ບໍ່ມີຄວາມສາມາດສ້ອມແປງເຮືອນໄດ້. ເມື່ອໄດ້ຮັບເຮືອນຫຼັງໃໝ່ ໂດຍໄດ້ຮັບການຊ່ວຍເຫຼືອຈາກກະຊວງຕຳຫຼວດ, ປ້າ ຊຽມ ແບ່ງປັນດ້ວຍຄວາມດີໃຈວ່າ:
“ເຮືອນຮົ່ວກໍເປັນກັງວົນຫຼາຍ ແຕ່ບໍ່ຮູ້ຈະເຮັດແນວໃດຈຶ່ງຈະມີເງິນສ້ອມແປງ. ນັບແຕ່ນີ້ຕໍ່ໄປ, ຂ້າພະເຈົ້າບໍ່ຕ້ອງຢູ່ໃນເຮືອນຮົ່ວເພ ເຊິ່ງໄດ້ມາຢູ່ເຮືອນຫຼັງໃໝ່ແລ້ວ. ຂ້າພະເຈົ້າດີໃຈຫຼາຍ. ຂ້າພະເຈົ້າຈະພະຍາຍາມທຳມາຫາກິນ, ບໍ່ໃຫ້ຄອບຄົວທຸກຍາກອີກ. ຍ້ອນມີການຊ່ວຍເຫຼືອຂອງລັດ ຂ້າພະເຈົ້າຈຶ່ງມີເຮືອນຢູ່ຢ່າງກວ້າງຂວາງ. ຂ້າພະເຈົ້າຮູ້ສຶກອົບອຸ່ນຫຼາຍ”.
ສຳລັບບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ເຮືອນຫຼັງໃໝ່ທີ່ກວ້າງຂວາງ, ຖາວອນ ແມ່ນບ່ອນອີງທາງດ້ານຈິດໃຈຊ່ວຍໃຫ້ເຂົາເຈົ້າມີກຳລັງໃຈຕື່ມອີກເພື່ອບືນຕົວຂຶ້ນໃນການດຳລົງຊີວິດ. ໄລຍະຜ່ານມາ, ການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້ກາຍເປັນຂະບວນການປະຕິບັດໃນວົງກວ້າງ, ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານນີ້ ແມ່ນຫຼຸດຜ່ອນຄວາມທຸກຍາກແບບຍືນຍົງຢູ່ບັນດາທ້ອງຖິ່ນ, ຈາກນັ້ນ, ກໍ່ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວປະເທດ. ນັບແຕ່ນີ້ຮອດທ້າຍປີ, ທົ່ວທຸກແຂວງ, ນະຄອນ, ບັນດາເຮືອນຫຼັງໃໝ່ ຈະສືບຕໍ່ໄດ້ຮັບການກໍ່ສ້າງ, ແທນໃຫ້ເຮືອນຊົ່ວຄາວ, ເຮືອນຮົ່ວເພຂອງປະຊາຊົນ, ຊ່ວຍໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈສ້າງເສດຖະກິດ. ດິນຂໍແຕ່ລະກ້ອນ, ເຮືອນຫຼັງໃໝ່ແຕ່ລະຫຼັງ ລ້ວນແຕ່ມີນ້ຳໃຈ, ການແບ່ງປັນຈາກພັກ, ລັດ, ອຳນາດການປົກຄອງ ແລະ ທົ່ວສັງຄົມ. ພິເສດ, ບັນດາເຮືອນຫຼັງໃໝ່ນັ້ນ ເບິ່ງຄືວ່າໄດ້ຊ່ວຍເພີ່ມທະວີມານະຈິດໃຫ້ແກ່ບັນດາຄອບຄົວທຸກຍາກ ເມື່ອລະດູບານໃໝ່ພວມວຽນມາ./.




