ຍູ້ແຮງການຮ່ວມມືລະຫວ່າງຕຳຫລວດ ເຊີນລາ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ (ພາບ: TTXVN) |
ວັນທີ 03/05, ອົງການຕາງໜ້າກະຊວງປ້ອງກັນຄວາມສະຫງົບ ລາວ ປະຈຳ ຫວຽດນາມ ແລະ ຕຳຫລວດບັນດາແຂວງພາກເໜືອຂອງ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຕຳຫລວດແຂວງ ເຊີນລາ. ທີ່ການເຮັດວຽກ, ບັນດາຝ່າຍຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນບຸລິມະສິດໃນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຕຳຫລວດ ເຊີນລາ ກັບຕຳຫລວດບັນດາແຂວງພາກເໜືອ ລາວ. ກຳລັງຕຳຫລວດ 2 ຝ່າຍໃຫ້ຄຳໝັ້ນສັນຍາຢຶດໝັ້ນຫຼັກໝັ້ນ, ທັດສະນະປ້ອງກັນພັກ, ປ້ອງກັນລັດ, , ປ້ອງກັນປະຊາຊົນ, ປ້ອງກັນລະບອບ ແລະ ໝາກຜົນແຫ່ງການປະຕິວັດ; ປັບປຸງຢ່າງບໍ່ຢຸດຢັ້ງ, ສືບຕໍ່ເພີ່ມທະວີ ແລະ ນຳການພົວພັນມິດຕະພາບ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່.




