logo

ຍູ​ແຮງ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ​ຄວາມໝັ້ນ​ຄົງ​ແບບ​ໃໝ່​ໃນ​ພາກ​ພື້ນ ອາ​ຊ​ຽນ

2022/10/17 | 10:12:42
(VOVWORLD) -ການປ້ອງກັນຄວາມໝັ້ນຄົງແບບໃໝ່ຈະພາໃຫ້ເກີດມີສິ່ງທ້າທາຍຫຼາຍກວ່າອີກໃນໄລຍະຈະມາເຖິງ.
ເວທີປາໄສ “ຮ່ວມມືໃນການຄຸ້ມຄອງຄວາມໝັ້ນຄົງແບບໃໝ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ພາບ: baotintuc.vn)

ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄວາມໝັ້ນຄົງແບບໃໝ່ (ມະຫາວິທະຍາໄລບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ຈັດເວທີປາໄສ “ຮ່ວມມືໃນການຄຸ້ມຄອງຄວາມໝັ້ນຄົງແບບໃໝ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ຄື ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ກະຊວງຕຳຫຼວດ ພ້ອມດ້ວຍນັກຊ່ຽວຊານ ແລະ ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ.

ຢູ່ເວທີປາໄສ, ບັນດານັກຊ່ຽວຊານຖືວ່າ ການປ້ອງກັນຄວາມໝັ້ນຄົງແບບໃໝ່ຈະພາໃຫ້ເກີດມີສິ່ງທ້າທາຍຫຼາຍກວ່າອີກໃນໄລຍະຈະມາເຖິງ. ທ່ານຮອງສາດສະດາຈານ, ປອ. ຮວ່າງດິ່ງຟີ, ອະທິການບໍດີ ມະຫາວິທະຍາໄລບໍລິຫານທຸລະກິດ, ຮອງຫົວໜ້າສະຖາບັນປ້ອງກັນຄວາມສະຫງົບແບບໃໝ່ (ສັງກັດມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ) ໄດ້ເນັ້ນໜັກວ່າ:

“ພວກເຮົາຍາມໃດກໍຫວັງວ່າ ນັກຮຽນຮູ້ ແລະ ນັກວິທະຍາສາດ ອາຊຽນ ຈະສືບຕໍ່ຍູ້ແຮງການຮ່ວມມືໃນການສຶກສາ, ຄົ້ນຄວ້າ ແລະ ໃຫ້ຄຳປຶກສານະໂຍບາຍກ່ຽວກັບການປ້ອງກັນຄວາມສະຫງົບແບບໃໝ່ ແລະ ການຄຸ້ມຄອງຄວາມໝັ້ນຄົງແບບໃໝ່. ມີຫຼາຍຂົງເຂດ ເຊິ່ງ ອາຊຽນ ຕ້ອງເພີ່ມທະວີວິທີການແກ້ໄຂ ຫຼື ມາດຕະການທີ່ມີລັກສະນະລວມໝູ່, ໃນນັ້ນ ມີບັນຫາໃຫຍ່ຄືການກໍ່ການຮ້າຍ, ອາດຊະຍາກອນຂ້າມຊາດ, ຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງດ້ານການເງິນ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ຫຼາຍບັນຫາອື່ນໆທີ່ກ່ຽວຂ້ອງ.”

TAG
VOV/VOVworld/ຄວາມ​ໝັ້ນ​ຄົງ​/ສິ່ງ​ທ້າ​ທາຍ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ