logo

ດັກ​ຫຼັກ ຕັດ​ສິນ​ໃຈ​ພ້ອມ​ກັບ​ທົ່ວ​ປະ​ເທດ​ຍົກ​ເລີ​ກ​ “ບັດ​ເຫຼືອງ” IUU

2026/3/10 | 07:37:09
(VOVWORLD) - ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຄັ້ງທີ 5 ຈະມີການເຮັດວຽກກັບແຂວງ ດັກຫຼັກ ໃນລະຫວ່າງວັນທີ 13 – 14 ມີນາ, ກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). 
 ຄະນະຄຸ້ມຄອງທ່າເຮືອຫາປາ ດົງຕາກ, ແຂວງ ດັກຫຼັກ ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງລົງກວດກາ 

ທາງແຂວງ ພວມກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອສະໜອງ ບັນດາໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນວິວັດແຫ່ງການປະຕິບັດບັນດາຂໍ້ສະເໜີແນະຂອງ EC ໃຫ້ຄົບຖ້ວນ, ຊັດເຈນ, ຕັດສິນໃຈພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” IUU.

ໂດຍຖືວ່າ ນີ້ແມ່ນ “ບັ້ນເຄື່ອນໄຫວຈຸດສູງ” ແລະ ແມ່ນໜ້າທີ່ການເມືອງທີ່ສຳຄັນແຖວໜ້າ, ທາງແຂວງ ດັກຫຼັກ ໄດ້ຮຽກຮ້ອງໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ອຳນາດການປົກຄອງບັນດາຕາແສງແຄມທະເລຕ້ອງມີການກະທຳຢ່າງມີຄວາມຮັບຜິດຊອບ, ຈະແຈ້ງ, ສຸມໃສ່ກະກຽມບົດລາຍງານສັງເຂບ ແລະ ລະບົບສຳເນົາເອກະສານໃຫ້ໃກ້ຊິດຕິດແທດກັບບັນດາຂໍ້ສະເໜີແນະຂອງ EC. ທ່ານ ຕ້າແອັງຕວັນ, ປະທານຄະນະກຳມະການປະຊາຊົນແຂວງ ດັກຫຼັກ, ຢັ້ງຢືນວ່າ ດັກຫຼັກ ຕັດສິນໃຈພ້ອມທັງທົ່ວປະເທດຍົກເລີກ “ບັດເຫຼືອງ” IUU, ມຸ່ງໄປເຖິງການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ, ມີຄວາມຮັບຜິດຊອບ ແລະ ສອດຄ່ອງກັບຂໍ້ກຳນົດສາກົນ.


 

TAG
VOV/VOVworld/ຍົກເລີກ “ບັດເຫຼືອງ” IUU/ການ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ/ສິນ​ທະ​ເລ​ແບບ​ຜິດ​ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ