logo

ດ້ຽນ​ບຽນ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ​ໃຫ້​ແກ່​ແຂວງ ຫຼວງ​ພະ​ບາງ

2025/8/5 | 11:47:49
(VOVWORLD) - ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງແຂວງ ດ້ຽນບຽນ ແລະ ຫຼວງພະບາງ; ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ.
ທ່ານ ເຈິ່ນຕຽນຢຸງ ຮອງເລຂາພັກແຂວງ ດ້ຽນບຽນ ມອບເຄື່ອງທີ່ລະນຶກໃຫ້ແກ່ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ຫຼວງພະບາງ (ພາບ: TTXVN)

ວັນທີ 05 ສິງຫາ, ຄະນະຜູ້ແທນແຂວງ ຫຼວງພະບາງ ໂດຍທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ຫຼວງພະບາງ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບແຂວງ ດ້ຽນບຽນ ກ່ຽວກັບບົດຮຽນປະສົບການໃນການສ້າງຕັ້ງຕາແສງໃໝ່, ປັບປຸງກົງຈັກການຈັດຕັ້ງພັກ, ອຳນາດການປົກຄອງຂັ້ນຕາແສງ. ໃນວາລະເຮັດວຽກ, ທ່ານ ເຈິ່ນຕຽນຢຸງ ຮອງເລຂາພັກແຂວງ ດ້ຽນບຽນ ຢັ້ງຢືນວ່າ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະປະຕິບັດງານແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງແຂວງ ດ້ຽນບຽນ ແລະ ຫຼວງພະບາງ; ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ຫວຽດນາມ - ລາວ.

        ສອງຝ່າຍເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຄື່ອນໄຫວຍຸຕິທຳ; ຍູ້ໄວຄວາມຄືບໜ້າກະກຽມບັນດາລະບຽບການຕາມຂໍ້ກຳນົດເພື່ອຍົກລະດັບຄູ່ດ່ານຊາຍແດນ ຫ້ວຍປວກ (ຫວຽດນາມ) - ນາຊອນ, ລາວ ກາຍເປັນດ່ານຊາຍແດນສາກົນຕາມແຜນຜັງ; ສືບຕໍ່ແລກປ່ຽນບົດຮຽນປະສົບການ ແລະ ສົມທົບກັນຢ່າງມີປະສິດທິຜົນໃນຂົງເຂດພັດທະນາການທ່ອງທ່ຽວ… ເນື່ອງໃນໂອກາດນີ້, ແຂວງ ດ້ຽນບຽນ ໄດ້ເຊີນຄະນະຜູ້ແທນ ແລະ ກອງສິລະປະກອນແຂວງ ຫຼວງພະບາງ ເຂົ້າຮ່ວມບັນດາກິດຈະກຳຢູ່ Festival ສິ່ງຍອດສິ່ງຂອງ ເຕິຍບັກ - ດ້ຽນບຽນ ປີ 2025 ເຊິ່ງຈະຈັດຂຶ້ນແຕ່ວັນທີ 29 – 31 ສິງຫາ 2025.


TAG
VOV/VOVworld/ຫຼວງພະບາງ/ດ້ຽນ​ບຽນ/ອ​ຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ 2 ຂັ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ