logo

ຕະຫຼາດນັດບຸນເຕັດຂ້າມຊາຍແດນ

2025/1/27 | 11:00:00
(VOVWORLD) -ຕະຫຼາດນັດຊາຍແດນ ລາວບ໋າວ ໄດ້ມີຂຶ້ນໃນວັນເສົາປະຈຳອາທິດຢູ່ສູນການຄ້າ ລາວບ໋າວ ທີ່ເຂດຊາຍແດນລະຫວ່າງແຂວງ ກວ໋າງຈິ ຂອງ ຫວຽດນາມ ແລະ ສະຫວັນນະເຂດ ຂອງລາວ. ມານີ້ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວບໍ່ພຽງແຕ່ໄດ້ແລກປ່ຽນຊື້ຂາຍສິນຄ້າເທົ່ານັ້ນ ຫາກຍັງໄດ້ພົບປະພົວພັນແລກປ່ຽນວັດທະນະທຳອີກດ້ວຍ
ແນະນຳຜະລິດຕະພັນຢູ່ຕະຫຼາດນັດ

     ໃນຊຸມວັນທ້າຍປີເທດສະບານ ລາວບ໋າວ ເມືອງ ເຫືອງຮວ໊າ ແຂວງ ກວ໋າງຈິ ກໍ່ຄຶກຄື້ນມ່ວນຊື່ນຫຼາຍຂຶ້ນ ເພື່ອຮັບຕ້ອນປະຊາຊົນຢູ່ສອງຟາກຊາຍແດນ ຫວຽດນາມ ລາວ. ຕະຫຼາດນັດຖືກແບ່ງເປັນຫຼາຍເຂດຄື ເຂດກິນດື່ມ, ເຂດວາງສະແດງຜະລິດຕະພັນທີ່ເປັນເອກະລັກຂອງຊາວເຜົ່າ ເວິນກ່ຽວ. ປາໂກ ແລະ ບັນດາເຜົ່າຂອງ ລາວ, ເຂດວາງສະແດງຂາຍສິນຄ້າຂອງພວກພໍ່ຄ້າຊາວຂາຍທີ່ສູນການຄ້າ ລາວບ໋າວ, ເຂດຖ່າຍຮູບ. ຕະຫຼາດນັດຖືກຈັດຂຶ້ນໃນໂອກາດທ້າຍປີ, ປະລິມານສິນຄ້າກໍ່ ມີຫຼາຍປະເພດແລະອຸດົມສົມບູນ ດັ່ງນັ້ນ ຜູ້ມາຊື້ເຄື່ອງກໍ່ຫຼາຍພໍສົມຄວນ. ນາງ ມຸກຢາ ເຈົ້າຂອງຮ້ານຂາຍແຜ່ນແພພື້ນເມືອງ ຢູ່ເມືອງ ເຊໂບນ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ:

“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມຕະຫຼາດນັດພິເສດເຊັ່ນນີ້. ຂ້າພະເຈົ້າກໍ່ໄດ້ນຳຜະລິດຕະພັນແຜ່ນແພພື້ນເມືອງ, ບັນດາຊຸດອາພອນປະຈຳເຜົ່າທີ່ເປັນເອກະລັກຂອງຊາວ ລາວ ມາວາງຂາຍເພື່ອໂຄສະນາແນະນຳໃຫ້ຊາວ ຫວຽດນາ”

   ນະຫຼາດນັດຊາຍແດນລາວບ໋າວ ບໍ່ພຽງແຕ່ມີສິນຄ້າທີ່ເປັນເອກະລັກຂອງປະຊາຊົນຢູ່ສອງຟາກຊາຍແດນເທົ່ານັ້ນ ຫາກຍັງມີຜະລິດຕະພັນກະເສດ ຜະລິດຕະພັນ OCOP, ບັນດາເຍື່ອງອາຫານທີ່ເປັນເອກລັກຂອງທ້ອງຖິ່ນ. ນາງ ໂຮ່ຮວ່າມີ ຢູ່ເມືອງ ດັກຣົງ ໄດ້ນຳເຂົ້າສານ, ໄກ່ ແລະ ບັນດາອາຫານພິເສດຂອງເມືອງ ດັກຣົງມາຂາຍຢູ່ຕະຫຼາດນັດ. ນາງ ໂຮ່ຮວ່າມີ ເວົ້າວ່າ:

“ຂ້າພະເຈົ້າໄດ້ກະກຽມເຍື່ອງອາຫານພິເສດຫຼາຍເຍື່ອງຢູ່ດິນແດນຂອງຕົນ. ຜ່ານຕະຫຼາດນັດ, ຂ້າພະເຈົ້າໄດ້ມີໂອກາດພົບປະແລກປ່ຽນວັດທະນະທຳ ລະຫວ່າງສອງປະເທດ ຫວຽດນາມ ລາວ. ປັດຈຸບັນກໍ່ໃກ້ຈະຮອດບຸນເຕັດແລ້ວ ດັ່ງນັ້ນ ຕະຫຼາດນັດກໍ່ໄດ້ສ້າງບັນຍາກາດເບີກບານມ່ວນຊື່ນ”.

     ມາຕະຫຼາດນັດ, ແຂກທ່ອງທ່ຽວຍັງໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳເປັນເອກະລັກ ດ້ວຍບັນດາຄຸນຄ່າວັດທະນະທຳບໍ່ເປັນວັດຖຸ ຖືກຮັກສາໄວ້ນັບແຕ່ໃດໆມາຂອງຊາວເຜົ່າ ເວິນກ່ຽວ, ປາໂກ ແລະ ເຜົ່າລາວ ອ້າຍນ້ອງຜ່ານວາດຟ້ອນສຽງເພງທີ່ເຂັ້ມຂົ້ນໄປດ້ວຍລົມຫາຍໃຈຂອງເຂດພູຜາປ່າໄມ້. ນາງ ຫງວຽນຈຸກເຢືອງ ຢູ່ ລາວບ໋າວ ເມືອງ ເຫືອງຮວ໊າ ແຂວງ ກວ໋າງຈິ ເປີດເຜີຍວ່າ:

“ຕະຫຼາດນັດຊາຍແດນລາວບ໋າວ ແມ່ນຕະຫຼາດນັດທີ່ເປັນເອກະລັກ ຍ້ອນວ່າ ມີການປະສົມປະສານທາງດ້ານວັດທະນະທຳ ລະຫວ່າງສອງປະເທດ ຫວຽດນາມ ລາວ ແລະ ໂຄສະນາວັດທະນະທຳປະເພນີຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ເມືອງ ເຫືອງຮວ໊າ ເຂດພູສູງ. ເມື່ອເຂົ້າຮ່ວມຕະຫຼາດນັດຂ້າພະເຈົ້າໄດ້ເຫັນບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຫວັງວ່າຕະຫຼາດນັດຈະຖືກຈັດຂຶ້ນຢ່າງສະເໝີ ເພື່ອຈະໄດ້ໂຄສະນາວັດທະນະທຳຂອງສອງປະເທດຊາດ”.

ປະຊາຊົນລາວຢູ່ເຂດຊາຍແດນທີ່ແຂວງ ສະຫວັນນະເຂດ ໄດ້ນຳວາດຟ້ອນສຽງເພງມາສູ່ຕະຫຼາດນັດ ສ່ວນຊາວເຜົ່າ ເວິນກ່ຽວ ປາໂກ ຢູ່ສາຍພູຫຼວງກໍ່ໄດ້ທຳການສະແດງວາດຟ້ອນຂັບລຳທຳເພງພື້ນເມືອງ. ຄວາມເປັນເອກະລັກສະເພາະໃນການສະແດງພ້ອມກັບສຽງຄ້ອງກໍ່ປຽບເໝືອນຄຳເຊື້ອເຊີນແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກມາຮ່ວມຕະຫຼາດນັດ. ທ່ານ ເລບ໊າຮຸ່ງ ປະທານຄະນະກຳມະການປະຊາຊົນເທດສະບານ ລາວບ໋າວ ແຂວງ ກວ໋າງຈິ ໃຫ້ຮູ້ວ່າ:

  “ຕະຫຼາດນັດຊາຍແດນ ລາວບ໋າວ ຖືກຈັດຂຶ້ນແມ່ນເພື່ອພົບປະແລກປ່ຽນວັດທະນະທຳອາຫານການກິນລະຫວ່າງປະຊາຊົນສອງຟາກຊາຍແດນ. ພວກຂ້າພະເຈົ້າກໍ່ເປີດຫຼາຍກວ່າ 50 ຮ້ານວາງສະແດງ ລວມທັງຜະລິດຕະພັນກະເສດເຄື່ອງປ່າຂອງດົງຂອງຊາວເຜົ່າ ເວິນກ່ຽວ, ບັນດາຜະລິດຕະພັນ OCOP, ບັນດາເຍື່ອງອາຫານຂອງຊາວ ລາວ ກໍ່ນຳມາວາງສະແດງຊື້ຂາຍ”.

ຕະຫຼາດນັດຊາຍແດນ ລາວບ໋າວ ໄດ້ປະກອບສ່ວນຮັກສາຄວາມງາມທີ່ເປັນເອກະລັກສະເພາະຂອງປະຊາຊົນເຂດພູສູງ ສະແດງໃຫ້ເຫັນຄວາມມີຊີວິດຊີວາແຫ່ງນ້ຳໃຈສາມັກຄີຜູກພັນກັນມາແຕ່ດົນນານຂອງປະຊາຊົນສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ ລາວ
TAG
VOV/VOVworld/ຕະຫຼາດ​ນັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ