logo

ຕະຫຼາດ​ນ້ຳ​ມັນ​ອາຍ​ແກັດ ແລະ ການ​ຂົນ​ສົ່ງ​ໂລກ​ມີ​ການເໜັງ​ຕ​ິງ​ຢ່າງໃຫຍ່ຫຼວງ

2026/3/6 | 09:01:17
(VOVWORLD) -  ການປະທະກັນທີ່ເຄັ່ງຕຶງທີ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງໃນຊຸມວັນຜ່ານມາ ໄດ້ກໍ່ຜົນກະທົບຢ່າງແຮງຕໍ່ຕະຫຼາດພະລັງງານ ແລະ ລະບົບສະໜອງທົ່ວໂລກ.
ບັນດາກ່ຳປັ່ນຂົນສົ່ງນ້ຳມັນ ຢູ່ນອກຝັ່ງ Fujairah, ສະຫະລັດ ອາຣັບ ເອມມີເລດ ໃນວັນທີ   03/03/2026 (ພາບ: REUTERS/Amr Alfiky)

   ລາຄານ້ຳມັນ ແລະ ອາຍແກັດໂລກໄດ້ເພີ່ມຂຶ້ນຢ່າງແຮງ ເມື່ອບັ້ນຮົບການທະຫານຂອງ ອາເມລິກາ ແລະ ອິດສະຣາແອັນ ເລັ່ງໃສ່ ອີຣານ ເຮັດໃຫ້ການຜະລິດ ກໍຄືການຂົນສົ່ງພະລັງງານຈາກ ຕາເວັນອອກກາງ, ພາກພື້ນທີ່ສະໜອງແຫຼ່ງນ້ຳມັນອາຍແກັດສ່ວນໃຫຍ່ໃຫ້ແກ່ຕະຫຼາດທົ່ວໂລກຖືກຂາດວັກຂາດຕອນ. ລາຄານ້ຳມັນເຊື້ອເພີງຂາຍສົ່ງຢູ່ເອີຣົບ ໄດ້ເພີ່ມຂຶ້ນກວ່າ  50% ພຽງແຕ່ພາຍໃນໜຶ່ງວັນ. ໃນຂະນະນັ້ນ, ລາຄານ້ຳມັນ Brent ເພີ່ມຂຶ້ນກວ່າ 8% ຍ້ອນຄວາມວິຕົກກັງວົນແຫຼ່ງສະຫຼອງຖືກຮັດແຄບເຂົ້າ.  

        ບໍ່ພຽງແຕ່ໄດ້ກໍ່ຜົນກະທົບຕໍ່ຕະຫຼາດພະລັງງານເທົ່ານັ້ນ, ຂົງເຂດຂົນສົ່ງທາງທະເລ ແລະ ການຄ້າສາກົນ ກໍຖືກຜົນກະທົບຈາກຄວາມເຄັ່ງຕຶງດ້ານພູມີສາດການເມືອງເຊັ່ນດຽວກັນ. Hapag-Lloyd  - ບໍລິສັດຂົນສົ່ງຕູ້ຄອນເທັນເນີໃຫຍ່ຂອງ ເຢຍລະມັນ ໄດ້ອອກແຈ້ງການຢຸດຕິຊົ່ວຄາວການຈ່ອງຕູ້ຂົນສົ່ງສິນຄ້າຈາກ ເອີຣົບ ໄປຍັງເຂດອ່າວ. ສິ່ງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ການຂົນສົ່ງສິນຄ້າໄປຍັງບັນດາປະເທດ ສະຫະລັດ ອາຣັບ ເອມມີເລດ, ອີຣັກ, ກູເວດ, ກາຕາ ແລະ ແຂວງທາງທິດຕາເວັນອອກຂອງ ອາຣັບບີ ຊະອຸດິ, ກໍຄືບັນດາເສັ້ນທາງຂົນສົ່ງທີ່ໄປຜ່ານທ່າກ່ຳປັ່ນ Jebel Ali ຢູ່ ດູບາຍ ໜຶ່ງໃນບັນດາສູນຂ່ຽນຖ່າຍສິນຄ້າໃຫຍ່ທີ່ສຸດໃນພາກພື້ນ.

TAG
VOV/VOVworld/ຕະຫຼາດ​ນ້ຳ​ມັນ​ອາຍ​ແກັດ/ການ​ຂົນ​ສົ່ງ​ໂລກ​ມີ​ການເໜັງ​ຕ​ິງ​ຢ່າງໃຫຍ່ຫຼວງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ