logo

ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ

2025/12/11 | 10:30:31
(VOVWORLD) - ພາຍຫຼັງແຂວງ ລ້າງເຊີນ ໄດ້ໂຮມເສັ້ນແດນທາງບໍລິຫານເຂົ້າ, ສະຖານທີ່ວັດທະນະທຳຊີວະພາບຕາແສງ ຫິ້ວລຽນ ໄດ້ຖືກເປີດກ້ວາງອອກ. ເວທີປາໄສ ອາຊຽນ ຫາກໍ່ມອບລາງວັນການທ່ອງທ່ຽວປະຊາຄົມ ອາຊຽນ ໃຫ້ແກ່ຕາແສງຫິ້ວລຽນ ຊື່ງໄດ້ເປັນຂີດໝາຍແຫ່ງຄວາມມານະພະຍາຍາມອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ້ອງຖິ່ນໃນຕະຫຼອດຫຼາຍປີຜ່ານມາ.

(ພາບ: baolangson.vn)

   ບັນດາຫຼັງຄາເຮືອນ ຈິງເຕື່ອງ ຂອງຊາວເຜົ່າໄຕ່, ບັນດາທົ່ງນາຢູ່ໃຕ້ຮົ່ມພູຫີນປູນ… ທັງໝົດໄດ້ສ້າງເປັນຄວາມງາມແບບຮົກເຮື້ອແຕ່ດູດດື່ມໃຈທີ່ສຸດຂອງຕາແສງ ຫິ້ວລຽນ. ສິ່ງທີ່ໄດ້ເຮັດໃຫ້ໝູ່ບ້ານທ່ອງທ່ຽວແຫ່ງນີ້ ໄດ້ຮັບລາງວັນຈາກ ເວທີປາໄສທ່ອງທ່ຽວ ອາຊຽນ ບໍ່ພຽງແຕ່ແມ່ນທິວທັດທຳມະຊາດເທົ່ານັ້ນ, ຫາກຍັງແມ່ນພະລັງຊີວິດຂອງວັດທະນະທຳທ້ອງຖິ່ນ, ແມ່ນຄວາມມານະພະຍາຍາມຂອງປະຊາຄົມ ໃນການຮັກສາບັນດາຄຸນຄ່າທີ່ກຳລັງມີຢູ່ນັ້ນດ້ວຍຄວາມເອກອ້າງທະນົງໃຈ, ຄວາມເຊື່ອໝັ້ນ ແລະ ດ້ວຍວີທີເຂົາເຈົ້າດຳລົງຊີວິດໃນແຕ່ລະວັນ. ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao ແບ່ງປັນວ່າ:

   ພວກຂ້າພະເຈົ້າໄດ້ຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະທີ່ສຸດຂອງທ້ອງຖິ່ນ. ຄຽງຂ້້າງນັ້ນ ຍັງໄດ້ປົວແປງພື້ນຖານໂຄງລ່າງເພື່ອຕອບສະໜອງຄວາມຕ້ອງການຂອງແຂກທ່ອງທ່ຽວອີກດ້ວຍ. ພວກຂ້າພະເຈົ້າໄດ້ອະນຸລັກຮັກສາບັນດາຄຸນຄ່າກ່ຽວກັບມູນເຊື້ອວັດທະນະທຳຂອງຊາດຄື: ເຮືອນຮ້ານ, ຮິດຄອງປະເພນີ, ການກິນຢູ່ ແລະ ການເຄື່ອນໄຫວລົງຕົວຈິງຂອງທ້ອງຖິ່ນຈຳນວນໜຶ່ງຄື: ປູກເຂົ້າ, ປູກຕົ້ນໄມ້ ແລະ ອື່ນໆ

(ພາບ: baolangson.vn)

 ແຂກທ່ອງທ່ຽວມາຢ້ຽມຢາມຕາແສງ ຫິ້ວລຽນ ບໍ່ພຽງແຕ່ໄດ້ຊອກຫາສະຖານທີ່ check-in ເທົ່ານັ້ນ, ຫາກຍັງເພື່ອຊອກຫາ “ບ້ານວັດທະນະທຳ” ເພື່ອລົງຕົວຈິງ ແລະ ເຊື່ອມຕໍ່ອີກດ້ວຍ. ແຂກທ່ອງທ່ຽວຫຼາຍຄົນໄດ້ແບ່ງປັນວ່າ ສິ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມຮັກຕໍ່ເຂດດິນແດນແຫ່ງນີ້ ແມ່ນວິທີທີ່ ປຊຊ ໄດ້ເຄົາລົບທຳມະຊາດ, ເຄົາລົບມູນເຊື້ອ ແລະ ເຄົາລົບທັງແຂກທ່ອງທ່ຽວອີກດ້ວຍ, ເຊິ່ງບໍ່ໄດ້ຫັນປັນການຄ້າ, ບໍ່ສັບສົນ. ເອື້ອຍ Larar, ແຂກທ່ອງທ່ຽວມາຈາກ ອາເມລິກາ ໃຫ້ຮູ້ວ່າ:

   ພວກຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ, ໄດ້ຮັບຊົມບັນດາໝູ່ບ້ານທີ່ສະຫງົບງຽບ, ພົບປະກັບບັນດາ ຜູ້ເປັນມິດ ແລະ ພິເສດ, ເດັກນ້ອຍໄດ້ເວົ້າ hello ແລຍົກມືທັກທາຍກັບພວກຂ້າພະເຈົ້າ. Homestay ມີຄວາມສະດວກສະບາຍທີ່ສຸດ, ອາຫານກໍ່ແຊບ, ທິວທັດທຳມະຊາດກໍ່ສວຍງາມ, ຊາວບ້ານເປັນຜູ້ຮັກແພງແຂກຄົນ

ໜຶ່ງໃນບັນດາຈຸດທີ່ເຮັດໃຫ້ເວທີປາໄສ ອາຊຽນ ໄດ້ຕີລາຄາສູງຕາແສງ ຫິ້ວລຽນ ນັ້ນແມ່ນການເຂົ້າຮ່ວມຢ່າງຄົບຖ້ວນຂອງປະຊາຄົມ. ຈາກເຈົ້າຂອງ homestay, ຜູ້ຮັບໃຊ້ຕະຫຼອດຮອດກອງສິລະປະກອນ… ທຸກຄົນລ້ວນແຕ່ແມ່ນຊາວທ້ອງຖິ່ນ. ເຂົ້າເຈົ້າບໍ່ໄດ້ສະແດງ, ຫາກກຳລັງດຳລົງຊີວິດຢູ່. ດັ່ງນັ້ນ, ເມື່ອແຂກທ່ອງທ່ຽວມານີ້ ໄດ້ເຂົ້າເຖິງບັນດາການບໍລິການກໍ່ລ້ວນແຕ່ຮູ້ສຶກໄດ້ຄວາມຈິງໃຈ ແລະ ໃກ້ຊິດ.

ໂດຍໄດ້ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າທ່າໄດ້ປຽບທີ່ມີຢູ່ແລ້ວເພື່ອພັດທະນາການທ່ອງທ່ຽວ, ທ່ານ ຮ່ວາງມິນຕຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ ແບ່ງປັນວ່າ:

  ໃນປີ 2025, ຕາແສງ ຫິ້ວລຽນ ເປັນກຽດໄດ້ຮັບຮູ້ວ່າແມ່ນໝູ່ບ້ານທ່ອງທ່ຽວປະຊາຄົມ ອາຊຽນ. ສຳລັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳບໍ່ເປັນຮູບຮ່າງໃນບໍລິເວນ ຕາແສງ ຫິ້ວລຽນ ໃນປະຈຸບັນ, ພວກຂ້າພະເຈົ້າກຳລັງປະຕິບັດການເສີມຂະຫຍາຍຄຸນຄ່າວັດທະນະທຳຂອງປະຊາຄົມຊາວເຜົ່າຢ້າວ ແລະ ໄດ້ສ້າງຕັ້ງ 6 ໜ່ວຍສິລະປະກອນ.

   ຕາແສງ ຫິ້ວລຽນ ໄດ້ສ້າງຂີດໝາຍໃນແຜນທີ່ການທ່ອງທ່ຽວພາກພື້ນ. ແຕ່ຄຸນຄ່າໃຫ່ຍຫຼວງທີ່ສຸດຂອງເຂດດິນແດນແຫ່ງນີ້ແມ່ນຢູ່ບ່ອນວ່າ: ຕາແສງ ຫິ້ວລຽນ ບໍ່ໄປຕາມການທ່ອງທ່ຽວທັນສະໄໝ, ຫາກຍັງໄດ້ເລືອກເອົາການເຮັດແບບຊ້າໆ, ໜັກແໜ້ນ ແລະ ເຕັມໄປດ້ວຍສີສັນ.

   ປະຊາຄົມຜູ້ເຮັດການທ່ອງທ່ຽວຢູ່ ຕາແສງ ຫິ້ວລຽນ ຍາມໃດກໍ່ຈະຮັກສາບັນດາຄຸນຄ່າທີ່ພວມມີຢູ່ນັ້ນ ເພື່ອແຂກທ່ອງທ່ຽວແຕ່ລະຄົນ, ເມື່ອມາຢ້ຽມຢາມເຂດດິນແດນແຫ່ງນີ້ ລ້ວນແຕ່ໄດ້ເຫັນ, ໄດ້ຮັບຟັງ, ໄດ້ດຳລົງຊີວິດໃນບັນຍາກາດວັດທະນະທຳຂອງທ້ອງຖິ່ນ./.

TAG
VOV/VOVworld/ຕາ​ແສງ​ຫິ້ວ​ລຽນ​-ແຂວງລ້າງ​ເຊີນ- “ບ້ານ​ວັດ​ທະ​ນະ​ທຳ” ຢູ່​ເຂດ​​ພູດອຍ/ເອື້ອຍ Larar/ແຂກທ່ອງທ່ຽວມາຈາກ ອາເມລິກາ/ທ່ານ ຮ່ວາງມິນຕຽນ/ຮອງປະທານຄະນະກຳມະການ ປຊຊ ຕາແສງ ຫິ້ວລຽນ/ອ້າຍ ໂງເອິດມ້າວ ເຈົ້າຂອງ Homestay Mao

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ