logo

ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາບັນ​ດາ​ນັກ​ຮົບ​ວິ​ລ​ະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ

2025/12/21 | 14:33:51
(VOVWORLD) - ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ.
ຄະນະຜູ້ແທນຖະຫວາຍທູບສະແດງຄວາມຮູ້ບຸນຄຸນ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ຕອນເຊົ້າວັນທີ 21 ທັນວາ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ລາວ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ນຳໜ້າ ໄດ້ຈັດພິທີຈຸດທູບໃຕ້ທຽນ, ຖະຫວາຍດອກໄມ້ສະແດງຄວາມຮູ້ບຸນຄຸນ, ອາໄລຫາບັນດານັກຮົບວິລະຊົນເສຍສະຫຼະຊີວິດ ຫວຽດນາມ ແລະ ລາວ ຢູ່ເຂດຮ່ອງຮອບ ສຳພັນສູ້ຮົບ ລາວ  ຫວຽດນາມ ຢູ່ ບ້ານເກີນ, ແຂວງວຽງຈັນ. ການເຄື່ອນໄຫວເພື່ອແນໃສ່ຫວນຄືນປະຫວັດສາດອົງອາດກ້າຫານ ແລະ ມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ; ສະແດງຄວາມຮູ້ບຸນຄຸນຕໍ່ການການເສຍສະຫຼະຊີວິດ, ການອຸທິດສ່ວນອັນຍິ່ງໃຫຍ່ຂອງຄົນລຸ້ນພໍ່ລຸ້ນອ້າຍເພື່ອເອກະລາດ, ຄວາມເສລີພາບຂອງປະເທດຊາດ; ພ້ອມທັງສະແດງຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບໃນພາລະກິດແຫ່ງການກໍ່ສ້າງ, ປົກປັກຮັກສາປະເທດຊາດ, ປະກອບສ່ວນເພີ່ມພູນຄູນສ້າງ, ເຮັດໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫູ້ນສວ່ນຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ ລາວ ເລິກເຊິ່ງກວ່າອີກ.

TAG
VOV/VOVworld/ຫວຽດ​ນາມ/ລາວ/ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ