logo

ທູ​ດ​ພິ​ເສດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ແຈ້ງ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ໃຫ້​ວົງ​ຄະ​ນະ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ສະ​ຫະ​ພັນ ລັດ​ເຊຍ

2026/2/26 | 07:47:15
(VOVWORLD) - ທ່ານເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດໄດ້ສະຫງວນເວລາກ່າວກ່ຽວກັບ 3 ເນື້ອໃນຫຼັກລວມມີ: ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາໜ້າທີ່ທີ່ໄດ້ວາງອອກ.
ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ວັນທີ 25 ກຸມພາ, ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ສະຫະພັນ ລັດເຊຍ, ຢູ່ສຳນັກງານສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ ເລຮວ່າຍຈຸງ ທູດພິເສດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ    ໄດ້ມີການພົບປະ ກັບໝູ່ຄະນະພະນັກງານສະຖານທູດ, ຜູ້ຕາງໜ້າວົງການຊາວໜຸ່ມປັນຍາຊົນ ແລະ ຊາວຫວຽດນາມອາໄສຢູ່ ສະຫະພັນ ລັດເຊຍ, ແຈ້ງກ່ຽວກັບບັນດາໝາກຜົນອັນພົ້ນເດັ່ນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ກອງປະຊຸມໃຫຍ່ຄັ້ງທີ XIV), ກ່ຽວກັບບັນດາໜ້າທີ່ສຳຄັນ ເຊິ່ງຄະນະການນຳຂອງປະເທດຊາດໄດ້ວາງອອກເພື່ອ ນຳຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ຢ່າງໝັ້ນແກ່ນ.

ຢູ່ການພົບປະ, ທ່ານເລຮວ່າຍຈຸງ ລັດຖະມົນຕີການຕ່າງປະເທດໄດ້ສະຫງວນເວລາກ່າວກ່ຽວກັບ 3 ເນື້ອໃນຫຼັກລວມມີ: ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ບັນດາໜ້າທີ່ທີ່ໄດ້ວາງອອກ. ໃນນັ້ນ, ທ່ານ ເລຮວ່າຍຈຸງ ເນັ້ນໜັກວ່າ ພາຍໃຕ້ການຊີ້ນຳຂອງການນຳຂັ້ນສູງຂອງສອງປະເທດ, ການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ພັດທະນາຢ່າງມີຄວາມຂະຫຍັນຂັນເຄື່ອນທີ່ສຸດ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຕໍ່ກຳລັງຄວາມສາມາດ ແລະ ອະນາຄົດຂອງການພົວພັນສອງຝ່າຍ.

TAG
VOV/VOVworld/ຫວຽດ​ນາມ/ລັດ​ເຊຍ/ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ