(VOVWORLD) - ກ່ອນນີ້ 50 ປີ ຄືປີ 1975 ດ້ວຍບັນຍາກາດ “ມື້ໜຶ່ງເທົ່າກັບ 20 ປີ” ວ່ອງໄວ ວອ່ງໄວຫຼາຍກວ່າອີກ, ບັນດາກຳລັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜ່ານໄລຍະທາງນັບ ພັນ ກິໂລແມັດບຸກເຂົ້າປົດປ່ອຍ ໄຊງ່ອນ. ໃນກອງກຳລັງນັ້ນ, ບັນດາອ້າຍທະຫານປະຕິບັດໜ້າທີ່ຂົນສົ່ງໃນນັ້ນມີພັນເອກ ຫງວຽນວັນນິງ ອະດີດຮອງຫົວໜ້າກົມພະລາທິການ ໄດ້ພິລະອາດຫານກ້າແກ່ນຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອສົ່ງບັນດາກອງກຳລັງເຂົ້າສູ່ບັ້ນຮົບກ່ອນກຳນົດ.
ພັນເອກ ຫງວຽນວັນນິງ |
ພັນເອກ ຫງວຽນວັນນິງ ເລົ່າຄືສູ່ຟັງວ່າ ປີ 1975 ຄາວນັ້ນທ່ານເປັນຮ້ອຍໂທ ເປັນກຳມະການການເມືອງກອງພັນ 75, ກອງພັນໃຫຍ່ 512, ກອງພົນ 571. ນີ້ແມ່ນກອງພົນລົດຂົນສົ່ງຍຸດທະສາດທຳອິດຂອງກອງທັບປະຊາຊົນ ຫວຽດນາມ ປະກອບດ້ວຍລົດໂອໂຕທຸກປະເພດ 2.600 ຄັນ. ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີ 1975, ກອງພົນໄດ້ຮັບມອບໝາຍໜ້າທີ່ຮັບປະກັນການຂົນສົ່ງກອງພົນໃຫຍ່ 1 ແລະ ກອງພົນໃຫຍ່ 2 ຈາກພາກເໜືອເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ຢ່າງວ່ອງໄວ. ເພື່ອປະຕິບັດໜ້າທີ່ນີ້ ກອງພົນໄດ້ມອບໝາຍໜ້າທີ່ແຕ່ລະກອງພັນ ລົດຂົນສົ່ງກໍ່ຕ້ອງສົ່ງທະຫານບົກໜຶ່ງກອງພັນໃຫຍ່. ພັນເອກ ຫງວຽນວັນນິງ ເວົ້າວ່າ:
“ຄາວນັ້ນກົມກອງໄດ້ນຳໃຊ້ລົດຂົນສົ່ງ 1.053 ຄັນ ເພື່ອເຂົ້າຮ່ວມໃນບັ້ນຮົບປົດປ່ອຍ ໄຊງ່ອນ. ລົດແຕ່ລະຄັນກໍ່ມີຜູ້ຂັບລົດສອງຄັນພັດປ່ຽນກັນຂັບໃນຕະຫຼອດວັນ ແລະ ຄືນ ອ້າຍນ້ອງເຮົາກໍ່ກິນນອນຢູ່ເທິງລົດເລີຍ”.
ເສັ້ນທາງເຄື່ອນທັບໄປທາງທິດຕາເວັນຕົກຂອງສາຍພູຫຼວງຢູ່ດິນແດນລາວ. ຄາວນັ້ນພວມຢູ່ໃນຍອດສູງຂອງລະດູແລ້ງ, ທ່ານ ນິງ ແລະ ບັນດາເພື່ອນຮ່ວມກົມກອງປະຕິບັດໜ້າທີ່ຂັບລົດກໍ່ຕ້ອງປະເຊີນໜ້າກັບຂີ້ຝຸ່ນຢ່າງຮ້າຍແຮງ. ລົດສອງຄັນຫ່າງຈາກກັນພຽງສອງສາມແມັດກໍ່ບໍ່ສາມາດເຫັນຫັນໄດ້. ມີບາງຄັ້ງທ່ານ ນິງ ພວມກິນເຂົ້າຕ້ອງປະໄວ້ ເພື່ອຂັບລົດເດີນທາງໃຫ້ທັນເວລາ. ທ່ານ ນິງ ໃຫ້ຮູ້ອີກວ່າ:
“ເມື່ອລົດຂອງເຮົາໄປຮອດ ດຶກເລິບ ພວກສັດຕູໄດ້ແກວ່ງໝາກແຕກທຳລາຍລົດໃຫ້ເປ່ເພ ກໍ່ມີບາງກໍລະນີຕີນລົດຖືກຮົ່ວ, ມີເພື່ອນຮ່ວມກົມກອງບາງຄົນໄດ້ຮັບບາດເຈັບແຕ່ອ້າຍນ້ອງກໍ່ປິ່ນປົວເອງ ແລ້ວກໍ່ສືບຕໍ່ເດີນທາງ”.
ເວລາ 17 ໂມງ ຂອງວັນທີ 26 ເມສາ ປີ 1975 ສຽງປືນໄດ້ເປີດສາກບັ້ນຮົບ ໂຮ່ຈີມິນ ເລີ່ມຈາກກອງກຳລັງທາງທິດຕາເວັນອອກ ບຸກໂຈມຕີຖານທີ່ໝັ້ນ ເນືອກຈອງ ທີ່ແຂວງ ດົ່ງນາຍ. ກອງພົນ571 ໄດ້ເລີ່ມເດີນທາງສົ່ງພະນັກງານນັກຮົບຂະບວນທັບສອງ ຈາກທິດຕາເວັນອອກບຸກເຂົ້າບັນດາເປົ້າໝາຍຂອງສັດຕູຢ່າງວ່ອງໄວ. ພາຍຫຼັງບໍ່ຮອດສອງຊົ່ວໂມງ, ກຳລັງທະຫານຕີຢຶດຄອງສ່ວນໜຶ່ງຂອງທີ່ໝັ້ນ ເນືອກຈອງ, ດ້ວຍບັນຍາກາດຢ່າງວ່ອງໄວ ທ່ານ ຫງວຽນວັນຍິງ ພ້ອມກັບພະນັກງານນັກຮົບກອງພົນ 571 ເວົ້າສະເພາະ ແລະ ບັນດາກົມກອງຂົນສົ່ງບົນເສັ້ນທາງສາຍພູຫຼວງເວົ້າລວມໄດ້ສ້າງວິລະກຳບົນເສັ້ນທາງເຄື່ອນທັບ. ເມື່ອໄດ້ເຂົ້າຮ່ວມຂະບວນລົດຂົນສົ່ງນີ້ ກໍ່ແມ່ນຄວາມເປັນກຽດ ແລະ ເອກອ້າງທະນົງໃຈຂອງພັນເອກ ຫງວຽນວັນນິງ ກໍ່ຄືບັນດາພະນັກງານນັກຮົບໃນກອງພົນ 571. ພັນເອກ ດິງກົງຕີ ຄາວນັ້ນແມ່ນກຳມະການການເມືອງກອງພັນໃຫຍ່ລົດຂົນສົ່ງ 11 ກອງພົນ 571 ແບ່ງປັນວ່າ:
“ແຕ່ດົນນານມາແລ້ວ ພວກຂ້າພະເຈົ້າເຄີຍຂັບລົດຂົນສົ່ງສິນຄ້າ, ອາວຸດຈາກພາກເໜືອລົງຮອດພາກໃຕ້ໃນເງື່ອນໄຂສັດຕູໂຈມຕີ ແລະ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ປັດຈຸບັນໄດ້ແລ່ນບົນທາງຫຼວງເລກ 1 ໄດ້ສົ່ງກຳລັງທະຫານບົກອີກ, ດັ່ງນັ້ນບໍ່ມີຫຍັງປະເສີດເລີດລ້ຳກວ່າ. ດັ່ງນັ້ນໄດ້ຕັດສິນໃຈຮັບປະກັນຄວາມປອດໄພ ພັດປ່ຽນກັນຂັບລົດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງທະຫານບົກ ບໍ່ຕ້ອງການກິນເຂົ້າພຽງແຕ່ກິນເຂົ້າໜົມແຫ້ງເທົ່ານັ້ນ. ສັດຕູໄດ້ຖອນກຳລັງຢ່າງເປັນຂະບວນກໍ່ຍ້ອນເຮົາມີລົດຂົນສົ່ງ ຈຶ່ງສາມາດໄປທັນໄດ້”.
ພຽງແຕ່ລົດໂອໂຕຂົນສົ່ງ ແລະ ເຈດຈຳນົງຄວາມຕົດສິນໃຈສູງ, ບັນດາອ້າຍທະຫານຂົນສົ່ງ ໃນນັ້ນມີພັນເອກ ຫງວຽນວັນນິງ ໄດ້ພິລະອາດຫານກ້າແກ່ນຜ່ານຜ່າຄວາມລຳບາກກາກກຳອຸທິດສ່ວນຊີວິດໄວໜຸ່ມຂອງຕົນ ໃຫ້ວັນມະຫາໄຊຂອງຊາດ. .




