logo

ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ເລື່ອນ​ເວ​ລາ​ໄປ​ຢ້ຽມ​ຢາມ ຈີນ​ໄປ​ຍັງ​ເດືອນ​ພຶດ​ສະ​ພາ​ຍ້ອນ​ບັນ​ຫາ​ອີ​ຣານ

2026/3/26 | 07:39:56
(VOVWORLD) - ທ່ານ Donald Trump ໃຫ້ຮູ້ວ່າບັນດາຜູ້ຕາງໜ້າຂອງສອງຝ່າຍພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການ ທີ່ມີຄວາມສຳຄັນທີ່ສຸດ.

ວັນທີ 25 ມີນາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານຈະໄປຢ້ຽມຢາມຈີນທາງລັດຖະກິດ ໃນລະຫວ່າງວັນທີ 14 – 15 ພຶດສະພາເພື່ອພົບປະສົນທະນາ ກັບທ່ານ ສີຈິ້ນຜິງ ປະທານປະເທດຈີນ, ພາຍຫຼັງການຢ້ຽມຢາມຄາດຄະເນກ່ອນນັ້ນຕ້ອງຖືກໂຈະຊົ່ວຄາວຍ້ອນການສູ້ຮົບທີ່ພວມດຳເນີນກັບ ອີຣານ.

ພ້ອມກັນນັ້ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ຈະໄປຢ້ຽມຢາມວໍຊິງຕັນໃນທ້າຍປີນີ້. ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ໃຫ້ຮູ້ວ່າບັນດາຜູ້ຕາງໜ້າຂອງສອງຝ່າຍພວມປະຕິບັດສຳເລັດວຽກງານກະກຽມໃຫ້ແກ່ ບັນດາການຢ້ຽມຢາມທີ່ມີລັກສະນະປະຫວັດສາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ນີ້ຈະແມ່ນເຫດການ ທີ່ມີຄວາມສຳຄັນທີ່ສຸດ.

ທ່ານນາງ Karoline Leavitt ເລຂານຸການດ້ານສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ທ່ານ ສີຈິ້ນຜິງ ເຂົ້າໃຈເຫດຜົນທີ່ຕ້ອງປັບປຸງແຜນການ ແລະ ກຳນົດເວລາປະຕິບັດການຢ້ຽມຢາມໄປໃນກາງເດືອນພຶດສະພາ ໂດຍໄດ້ຖືວ່າແມ່ນສັນຍານສະແດງໃຫ້ເຫັນວໍຊິງຕັນຍັງຮັກສາການໂອ້ລົມສົນທະນາລະດັບສູງ ກັບ ປັກກິ່ງ ໂດຍບໍ່ຫົວຊາຕໍ່ບັນດາສຳເນົາເອກະສານທີ່ເຄັ່ງຕຶງ ແລະ ສະພາບການພູມີສາດທາງການເມືອງທີ່ສັບສົນໃນປັດຈຸບັນ.

TAG
VOV/VOVworld/ຈີນ/ອາ​ເມ​ລິ​ກາ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ