logo

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານກອງ​ທຶນ​ເງິນ​ຕາ​ສາ​ກົນ

2026/3/27 | 11:15:19
(VOVWORLD) - ຕອນບ່າຍວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະພະນັກງານກອງທຶນເງິນຕາສາກົນ (IMF) ໂດຍທ່ານ Martin Sommer ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ບັນຍາກາດການຕ້ອນຮັບ

ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຄະນະພະນັກງານ IMF ຮັບຊາບກ່ຽວກັບສະພາບການ ແລະ ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ, ໃນນັ້ນ ຫວຽດນາມ ວາງເປົ້າໝາຍເຕີບໂຕບໍ່ພຽງແຕ່ອີງໃສ່ການກະຕຸ້ນຄວາມຕ້ອງການຂອງຜູ້ບໍລິໂພກເທົ່ານັ້ນ, ຫາກຍັງອີງໃສ່ພື້ນຖານແບບຍືນຍົງ, ລວມມີບັນດາປັດໄຈ, ເຊັ່ນ: ສ້າງລະບອບລະບຽບການໃຫ້ສົມບູນແບບ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ, ສະມັດຕະພາບແຮງງານ ແລະ ກຳລັງຄວາມສາມາດແກ້ງແຍ້ງ…

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ Martin Sommer ເປັນຫົວໜ້າຄະນະພະນັກງານກອງທຶນເງິນຕາສາກົນ

        ສ່ວນທ່ານ Martin Sommer ໃຫ້ການຕີລາຄາສູງການວາງແຜນນະໂຍບາຍ ແລະ ການບໍລິຫານພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຕໍ່ໜ້າບັນດາການຜັນແປໃນໂລກ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ນຳໃຊ້ການໜູນຊ່ວຍຈາກ IMF ຢ່າງມີປະສິດທິຜົນທີ່ສຸດ, ໂດຍສະເພາະແມ່ນການນຳໃຊ້ບັນດາຂໍ້ສະເໜີແນະກ່ຽວກັບນະໂຍບາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງວ່ອງໄວ ແລະ ຍືນຍົງ.

TAG
VOV/VOVworld/IMF/ກອງ​ທຶນ​ເງິນ​ຕາ​ສາ​ກົນ/ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ