logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ

2026/3/21 | 07:34:27
(VOVWORLD) - ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ການໂອ້ລົມສົນທະນາລະຫວ່າງ 2 ປະເທດ
(ທີ່ການຕ້ອນຮັບ)

ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Adam Mula warman Tugio, ເອກອັກຄະລັດຖະທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 20 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ການຮ່ວມມື, ການໂອ້ລົມສົນທະນາລະຫວ່າງ 2 ປະເທດ ກໍຄືປະກອບສ່ວນຊຸກຍູ້ຄວາມສາມັກຄີ, ການຮ່ວມມືໃນ ອາຊຽນ; ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ກັບບັນດາການເຊື່ອມຕໍ່ສີຂຽວ, ເຊື່ອມຕໍ່ດີຈີຕອນ, ສ້າງຮາກຖານຂໍ້ມູນລວມ; ພິເສດ ເຊື່ອມຕໍ່ການໜູນຊ່ວຍເຊິ່ງກັນແລະກັນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ໃນນັ້ນ ມີຕາໜ່າງໄຟຟ້າ ອາຊຽນ, ຫຼີກລ່ຽງການສະໜອງດ້ານພະລັງງານຂາດວັກຂາດຕອນ.

ທ່ານາຍົກລັດຖະມົນຕີ ສະເໜີໃຫ້ 2 ປະເທດ ພ້ອມກັບບັນດາປະເທດປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ຊຸກຍູ້ການເຈລະຈາ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິພາບ, ສອດຄ່ອງກັບກົດໝາຍສາກົນ.

ສ່ວນທ່ານເອກອັກຄະລັດຖະທູດ Adam Mula warman Tugio, ປາດຖະໜາໃຫ້ 2 ຝ່າຍຊຸກຍູ້ເພື່ອນຳວົງເງິນການຄ້າບັນລຸ 18 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືໃນການຫັນເປັນພະລັງງານສີຂຽວ; ສົ່ງເສີມວິສາຫະກິດ ຫວຽດນາມ ລົງທຶນເຂົ້າຂົງເຂດອຸດສາຫະກຳຂຸດຄົ້ນແຮ່ທາດຢູ່ ອິນໂດເນເຊຍ.

TAG
VOV/VOVworld/ເສດ​ຖະ​ກິ​ດ/ເຊື່ອມຕໍ່/​​ສີ​ຂຽວ/ດີ​ຈີ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ