logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

2026/3/11 | 08:35:41
(VOVWORLD) - ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 10 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກັບໜ່ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືບັນດາມາດຕະການແກ້ໄຂເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິ.

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຫັນແຫຼ່ງສະໜອງນ້ຳມັນດິບເປັນຫຼາຍຮູບຫຼາຍແບບ; ຜັນຂະຫຍາຍໝາກຜົນການໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີບັນດາປະເທດເຂດອ່າວ ທີ່ຫາກໍ່ຜ່ານມາ ເພື່ອເພີ່ມແຫຼ່ງສະໜອງ, ຮັບປະກັນນ້ຳມັນຈາກແຫຼ່ງນຳເຂົ້າ 30%, ພ້ອມກັນນັ້ນ, ກໍ່ປຸກລະດົມຂະບວນການປະຢັດພະລັງງານ, ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ.

“ປຸກລະດົມຂະບວນການປະຢັດພະລັງງງານ ແລະ ນຳໃຊ້ພະລັງງານສີຂຽວ, ຫຼຸດຜ່ອນການປ່ອຍອາຍພິດ. ຍູ້ແຮງການໂຄສະນາໃຫ້ຊາວ ຫວຽດນາມ ນຳໃຊ້ສິນຄ້າ ຫວຽດນາມ, ສົ່ງເສີມການຫັນໄປສູ່ການນຳໃຊ້ພາຫະນະຄົມມະນາຄົມໄຟຟ້າ ແລະ ເຊື້ອເພີງສະອາດ. ທັງແມ່ນຂະບວນການປະຢັດພະລັງງານ ແຕ່ກໍ່ທັງແມ່ນການຫັນປ່ຽນພະລັງງານ; ສົ່ງເສີມການນຳໃຊ້ພາຫະນະຄົມມະນາຄົມສາທາລະນະ”.

TAG
VOV/VOVworld/​ໝາກ​ຜົນ/​ໂອ້​ລົມ​/​ໂທ​ລະ​ສັບ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ