logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10%

2026/3/4 | 10:12:48
(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີວ່າ ຕ້ອງສືບຕໍ່ເດັດດ່ຽວ, ເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາມະຕິຫົວເລື່ອງສະເພາະຂອງກົມການເມືອງໃຫ້ມີປະສິດທິຜົນ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ)

        ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ນີ້ແມ່ນໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ ເຊິ່ງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກທີ່ກອງປະຊຸມປະຈຳເດືອນ ກຸມພາ ຂອງລັດຖະບານ, ຈັດຂຶ້ນໃນຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊິ່ງໄດ້ເຊື່ອມຕໍ່ທາງໄກກັບສຳນັກງານຄະນະກຳມະການປະຊາຊົນ 34 ແຂວງ, ນະຄອນຂຶ້ນກັບສູນກາງ.

        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີວ່າ ຕ້ອງສືບຕໍ່ເດັດດ່ຽວ, ເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາມະຕິຫົວເລື່ອງສະເພາະຂອງກົມການເມືອງໃຫ້ມີປະສິດທິຜົນ; ກຳແໜ້ນສະພາບການ, ມີປະຕິກິລິຍາດ້ານນະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

        “ກ່ຽວກັບນະໂຍບາຍເງິນຕາ, ທະນາຄານແຫ່ງລັດໄດ້ປະກາດຢ່າງເປີດເຜີຍເຖິງລະດັບການເຕີບໂຕສິນເຊື່ອຂອງທັງປີ 2026 ແລະ ດັດປັບຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ. ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ນີ້ແມ່ນເປົ້າໝາຍສຳຄັນ ແລະ ລຸລ່ວງທີ່ສຸດ. ເປັນເຈົ້າການໃນການບໍລິຫານ, ຮັກສາດອກເບ້ຍເປັນປົກກະຕິ, ບ້ວງສິນເຊື່ອມີໄຫວພິບ, ປະສົມກົມກຽວ, ເໝາະສົມ”.

        ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສຸມໃສ່ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ.

TAG
VOV/VOVworld/ປະ​ສິດ​ທິ​ຜົນ/ກຳ​ແໜ້ນ​/ສະ​ພາບ​ການ/ປະ​ຕິ​ກິ​ລິ​ຍາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ