logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ

2026/3/25 | 08:49:37
(VOVWORLD) - ຫວຽດນາມ ພວມໃຫ້ບຸລິມະສິດການພັດທະນາພະລັງງານ, ໃນນັ້ນ ການພັດທະນາພະລັງງານນິວເຄຼຍໄດ້ກາຍເປັນພະລັງງານສະອາດດ້ວຍວິໄສທັດ 100 ປີ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ)

        ໃນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານເວທີປໄສວິສາຫະກິດ ຫວຽດນາມ - ສະຫະພັນ ລັດເຊຍ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມໃຫ້ບຸລິມະສິດການພັດທະນາພະລັງງານ, ໃນນັ້ນ ການພັດທະນາພະລັງງານນິວເຄຼຍໄດ້ກາຍເປັນພະລັງງານສະອາດດ້ວຍວິໄສທັດ 100 ປີ. ພ້ອມກັນນັ້ນ, ທ່ານກໍ່ປາດຖະໜາວ່າ ສະຫະພັນ ລັດເຊຍ ຈະລົງທຶນລະບົບຊີວະພາບພະລັງງານນິວເຄຼຍຢູ່ ຫວຽດນາມ. ກ່ຽວກັບຂົງເຂດນ້ຳມັນອາຍແກັດ, 2 ຝ່າຍຕ້ອງສືບຕໍ່ຍູ້ແຮງການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງ.

        “ຂ້າພະເຈົ້າຮຽກຮ້ອງໃຫ້ວິສາຫະກິດ 2 ປະເທດຜັນຂະຫຍາຍບັນດາໂຄງການ, ຜະລິດຕະພັນລະອຽດ. ຂ້າພະເຈົ້າຫວັງວ່າ ຜ່ານເວທີປາໄສ ບັນດາວິສາຫະກິດຈະເຊື່ອມຕໍ່, ມີວິສາຫະກິດແຖວໜ້າ, ວິສາຫະກິດນຳພາ ເພື່ອປະຕິບັດການຮ່ວມມືໃຫ້ມີປະສິດທິຜົນກວ່າ… ປະກອສ່ວນນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ແທຈິງ, ມີປະສິດທິຜົນ, ມີຄຸນນະພາບສູງກວ່າ”.

        ທີ່ເວທີປາໄສ, ການນຳລັດຖະບານ ຫວຽດນາມ - ລັດເຊຍ, ວິສາຫະກິດ 2 ປະເທດໄດ້ມອບຮັບຂໍ້ຕົກລົງການຮ່ວມມື 4 ສະບັບໃນຂົງເຂດ: ນ້ຳມັນອາຍແກັດ, ການຂົນສົ່ງທາງທະເລ, ເສັ້ນທາງລົດໄຟ, logistics.

TAG
VOV/VOVworld/ວິ​ສາ​ຫະ​ກິດ​/ເຊື່ອມ​ຕໍ່/ປະ​ສິດ​ທິ​ຜົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ