logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ

2026/3/21 | 07:56:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນພວມດຳເນີນໄປຢ່າງຟົດຟື້ນ, ສັບສົນ, ຮຽກຮ້ອງຕ້ອງມີຈິນຕະນາການໃໝ່
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 21 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ແບບທາງໄກກັບ 34 ແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນພວມດຳເນີນໄປຢ່າງຟົດຟື້ນ, ສັບສົນ, ຮຽກຮ້ອງຕ້ອງມີຈິນຕະນາການໃໝ່, ໂດຍສະເພາະແມ່ນກ່ຽວຂ້ອງເຖິງບັນຫາຄວາມໝັ້ນຄົງ, ພິເສດແມ່ນຄວາມໝັ້ນຄົງທາງໄຊເບີ, ທີ່ເຮັດໃຫ້ເກີດຄວາມຂາດສະຖຽນລະພາບດ້ານການເມືອງ, ຂາດຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ…

        ທ່ານນາຍົກລັດຖະມົນຕີຊີ້ແຈ້ງເປົ້າໝາຍແມ່ນ: ສະກັດກັ້ນ, ຍູ້ຖອຍຫຼັງ, ບໍ່ໃຫ້ມີອາຊະຍາກຳຄວາມໝັ້ນຄົງທາງໄຊເບີ; ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນໄວ້ຢ່າງໝັ້ນຄົງ; ປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນ; ຕັ້ງວຽກງານຄວາມໝັ້ນຄົງທາງໄຊເບີໃນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາລວມຂອງປະເທດຊາດ.

TAG
VOV/VOVworld/ຟົ​ດ​ຟື້ນ/ສັບ​ສົນ/ຮຽກ​ຮ້ອງ​/​ຈິນ​ຕະ​ນາ​ການ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ