(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນຊີ້ນຳກອງປະຊຸມ) |
ຕອນເຊົ້າວັນທີ 12 ມີນາ, ຢູ່ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel), ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ການນຳບັນດາກະຊວງ, ຂະແໜງການສູນກາງ ໄດ້ເຮັດວຽກກັບກະຊວງປ້ອງກັນປະເທດ ຫວຽດນາມ ກ່ຽວກັບການພັດທະນາອຸດສາຫະກຳປ້ອງກັນຊາດ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ ກອງທັບສືບຕໍ່ພັດທະນາອຸດສາຫະກຳປ້ອງກັນຊາດ ດ້ວຍຈິດໃຈເສີມຂະຫຍາຍກຳລັງແຮງພາຍໃນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການຍຸດທະສາດ; ກຳແໜ້ນ ແລະ ຄາດຄະເນສະພາບການ, ເປັນເສນາທິການຍຸດທະສາດຕໍ່ກັບພັກ, ລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ອຸດສາຫະກຳປ້ອງກັນຊາດ, ການຮັບມື, ແກ້ໄຂຢ່າງມີໄຫວພິບ, ມີປະສິດທິຜົນຕໍ່ກັບບັນດາກໍລະນີເກີດຂຶ້ນ. ຜັນຂະຫຍາຍບັນດາລາຍການ, ແຜນຮ່າງ, ໂຄງການຈຸດສຸມກ່ຽວກັບອຸດສາຫະກຳປ້ອງກັນຊາດ, ໂດຍສະເພາະແມ່ນບັນດາຜະລິດຕະພັນອຸດສາຫະກຳເຕັກໂນໂລຊີສູງ. ຜັນຂະຫຍາຍການສົມທົບລະຫວ່າງການປ້ອງກັນຊາດ ກັບການພັດທະນາເສດຖະກິດ - ສັງຄົມໃຫ້ມີປະສິດທິຜົນກວ່າ, ພັດທະນາບັນດາຜະລິດຕະພັນນຳໃຊ້ຫຼາຍເປົ້າໝາຍ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ຊີວິດການເປັນຢູ່.




