logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ເປັນເຈົ້າການຮັບມືກັບການຜັນແປໃໝ່ໃນໂລກຢ່າງທັນການ, ມີປະສິດທິຜົນ

2026/3/5 | 09:22:44
(VOVWORLD) - ທ່ານນາຍົກລັດຖະມົນຕີຖືວ່າ ອາດຈະສົ່ງຜົນສະທ້ອນຕໍ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິຂອງ ຫວຽດນາມ, ໂດຍສະເພາະແມ່ນໄພເງິນເຟີ້ ແລະ ການເຕີບໂຕ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: VGP)

        ຕອນບ່າຍວັນທີ 04 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມຂອງຜູ້ປະຈຳການລັດຖະບານກັບບັນດາກະຊວງ, ຂະແໜງການ, ອົງການ ກ່ຽວກັບການຕີລາຄາສະພາບການ ແລະ ບັນດາແຜນການ, ມາດຕະການຮັບມືກັບການຜັນແປໃໝ່ໃນໂລກໃນໄລຍະຜ່ານມາ ທີ່ອາດຈະສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງ ຫວຽດນາມ, ພິເສດແມ່ນການປະທະກັນທີ່ພວມສັບສົນຢູ່ ຕາເວັນອອກກາງ ແລະ ບັນດາເຂດອື່ນ.

        ໂດຍໄຈ້ແຍກ ແລະ ຄາດຄະເນສະພາບການໂລກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຖືວ່າ ອາດຈະສົ່ງຜົນສະທ້ອນຕໍ່ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິຂອງ ຫວຽດນາມ, ໂດຍສະເພາະແມ່ນໄພເງິນເຟີ້ ແລະ ການເຕີບໂຕ; ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ, logistics (ຍ້ອນລາຄາເພີ່ມຂຶ້ນສູງ), ບັນດາລະບົບສະໜອງຖືກຂາດວັກຂາດຕອນ, ກ່ຽວກັບພົນລະເມືອງ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຄວາມໝັ້ນຄົງ - ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການຕ່າງປະເທດ. ເພື່ອຮັບມືຢ່າງທັນການ, ມີປະສິດທີຜົນຕໍ່ສະພາບການ, ຮັບປະກັນບັນລຸບັນດາເປົ້າໝາຍທີ່ໄດ້ວາງອອກ, ໃນນັ້ນມີການເຕີບໂຕເສດຖະກິດ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງຫຼັກການ ແລະ ທັດສະນະຈຳນວນໜຶ່ງ, ຄື: ຕ້ອງທຸ່ນທ່ຽງ, ມີສະຕິຢືດໝັ້ນຕໍ່ບັນດາຫຼັກການໃຫຍ່, ບໍ່ປະໝາດ, ລະເລີຍ; ຕິດພັນກັບສະພາບການຢ່າງໃກ້ຊິດເພື່ອແກ້ໄຂຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ເປັນເຈົ້າການຮັບມື.

        ສຳລັບມາດຕະການແກ້ໄຂດ້ານຄວາມປອດໄພຂອງຄົນ, ທ່ານນາຍົກລັດຖະມົນຕີຊີ້ນຳໃຫ້ບັນດາກະຊວງ, ຂະແໜງການຄິດໄລ່ທິດທາງຍົກຍ້າຍພົນລະເມືອງ ຫວຽດນາມ ໃຫ້ອອກຈາກເຂດທີ່ມີຄວາມສ່ຽງ.

TAG
VOV/VOVworld/ລະ​ບົບ/​ສະ​ໜອງ/​ຂາດ​ວັກ/​ຂາດ​ຕອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ