logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຮັດວຽກກັບຄະນະປະຈຳພັກນະຄອນ ດ່ານັ້ງ

2026/2/28 | 13:48:15
(VOVWORLD) - ໃນລາຍການປະຕິບັດງານຢູ່ທາງພາກກາງ, ຕອນບ່າຍວັນທີ 28 ກຸມພາ, ຢູ່ນະຄອນ ດ່ານັ້ງ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຮັດວຽກກັບຄະນະພັກແຂວງນະຄອນ ດ່ານັ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ,  ທີ່ການເຮັດວຽກ)

          ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຮຽກຮ້ອງໃຫ້ທາງນະຄອນ ຊາບຊຶມ, ຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ບັນດາມະຕິ, ຂໍ້ສະຫຼຸບຂອງກົມການເມືອງກ່ຽວກັບການພັດທະນາເຂດ, ມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ດ່ານັ້ງ ອາຍຸການ 2026 – 2031 ເປັນລະອຽດ; ສຸມໃສ່ຜັນຂະຫຍາຍການວາງແຜນນະຄອນໄລຍະ 2021 – 2030, ວິໄສທັດຮອດປີ 2050 ໃຫ້ມີປະສິດທິຜົນ; ສຸມໃສ່ຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ, ຄົບຊຸດ ເພື່ອໃຫ້ການເຕີບໂຕເສດຖະກິດບັນລຸແຕ່ 11% ຂື້ນໄປໃນປີນີ້.

          ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ທາງນະຄອນຈົ່ງສຸມໃສ່ປະຕິບັດກ່ຽວກັບການສ້າງເຂດການຄ້າເສລີ ດ່ານັ້ງ ຢ່າງຂ້ຽວຂາດ; ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຢ່າງແຮງກວ່າ; ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມໃຫ້ເປັນຢ່າງດີ; ສືບຕໍ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມປອດໄພທາງສັງຄົມ, ໂດຍສະເພາະແມ່ນຢູ່ບັນດາເຂດຊາຍແດນ, ທະເລ, ເຂດຫ່າງໄກສອກຫຼີກ; ປະຕິບັດວຽກງານຊົນເຜົ່າ, ສາສະໜາໃຫ້ເປັນຢ່າງດີ.

TAG
VOV/VOVworld/ນະ​ໂຍ​ບາຍ/​ຮັບ​ປະ​ກັນ/​ຊີ​ວິດ​ສັງ​ຄົ​ມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ