logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ

2026/3/26 | 08:55:18
(VOVWORLD) - ຕອນເຊົ້າວັນທີ 26 ມີນາ, ເຮືອບິນນຳສົ່ງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເດີນທາງມາຮອດ ຮ່າໂນ້ຍ)

        ໃນການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການເປັນເວລາ 3 ວັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີແຜນການເຮັດວຽກ ດ້ວຍການເຄື່ອນໄຫວເກືອບ 30 ເຫດການ. ຜ່ານບັນດາການພົບປະສົນທະນາ ກັບການນຳ ລັດເຊຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ຕ້ອງເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງ 2 ປະເທດ ແລະ 2 ຊາດເລິກເຊິ່ງກວ່າ.

        ສິ່ງທີ່ໜ້າສົນໃຈ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມສັນຍາລະຫວ່າງ ລັດຖະບານແຫ່ງ ສສ.ຫວຽດນາມ ແລະ ລັດຖະບານສະຫະພັນ ລັດເຊຍ ກ່ຽວກັບການຮ່ວມມືກໍ່ສ້າງໂຮງງານໄຟຟ້ານິວເຄຼຍໃນດິນແດນຂອງ ຫວຽດນາມ. ນີ້ແມ່ນຂີດໝາຍປະຫວັດສາດ, ສ້າງຂີດໝາຍເລີ່ມເຄື່ອນໄຫວໂຄງການນິວເຄຼຍຂອງ ຫວຽດນາມ ຄືນໃໝ່.

TAG
VOV/VOVworld/​ພິ​ທີ​/ລົງ​ນ​າມ/​ສັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ