logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປກວດກາບັນດາໂຄງການຄົມມະນາຄົມຈຸດສຸມຢູ່ເຂດພາກກາງ

2026/3/1 | 11:44:31
(VOVWORLD) - ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ພາຍຫຼັງເສັ້ນທາງນີ້ນຳເຂົ້າໃຊ້ການ, 2 ແຂວງ ກວາງ້າຍ ແລະ ຢາລາຍ ຕ້ອງວາງແຜນຜັງເຂດພັດທະນາໃໝ່ລຽບຕາມເສັ້ນທາງບົກຄວາມໄວສູງ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໄປກວດກາເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ)

          ໃນລາຍການໄປປະຕິບັດງານທາງພາກກາງ, ວັນທີ 01 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປກວດກາບັນດາໂຄງການຄົມມະນາຄົມຈຸດສຸມຢູ່ເຂດພາກກາງ, ລວມມີ: ບັນດາເສັ້ນທາງຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ, ຮວ່າຍເຍິນ - ກຸຍເຍິນ ແລະ ໂຄງການລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດທີ່ຂຶ້ນກັບທ່າອາກາດສະຍານ ຝູກາດ, ແຂວງ ຢາລາຍ.

ທີ່ເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຍິນ, ທ່ານນາຍົກລັດຖະມົນຕີຊີ້ນຳວ່າ ພາຍຫຼັງເສັ້ນທາງນີ້ນຳເຂົ້າໃຊ້ການ, 2 ແຂວງ ກວາງ້າຍ ແລະ ຢາລາຍ ຕ້ອງວາງແຜນຜັງເຂດພັດທະນາໃໝ່ລຽບຕາມເສັ້ນທາງບົກຄວາມໄວສູງ, ສ້າງໂຄງປະກອບຕົ້ນໄມ້, ສັດລ້ຽງ, ການຜະລິດ, ດຳເນີນທຸລະກິດ, ບັນດາເຂດອຸດສາຫະກຳ, ເຂດເສດຖະກິດໃໝ່ ເພື່ອໝູນໃຊ້ຜົນປະໂຫຍດໂດຍໂຄງການນຳມາໃຫ້ໄດ້ສູງທີ່ສຸດ.

ທີ່ກິດຈະກຳກໍ່ສ້າງໂຄງການລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດຂຶ້ນກັບທ່າອາກາດສະຍານ ຝູກາດ, ແຂວງ ຢາລາຍ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາເຈົ້າຂອງທີ່ກ່ຽວຂ້ອງ ພະຍາຍາມຫຼຸດເວລາກໍ່ສ້າງໃຫ້ສຳເລັດໄວກວ່າ 3 ເດືອນ, ຮັບປະກັນໃຫ້ຕົ້ນໄຕມາດທີ 3 ປີ 2026 ໄດ້ນຳກິດຈະກຳເຂົ້າເຄື່ອນໄຫວ, ປ່ຽນແທນໃຫ້ເດືອນ ກັນຍາ 2026 ຄືຕາມແຜນການ.

ເສັ້ນທາງບົກຄວາມໄວສູງ ກວາງງ້າຍ - ຮວ່າຍເຊີນ ມີຄວາມຍາວ 88 ກມ, ໄປຜ່ານບໍລິເວນແຂວງ ກວາງງ້າຍ ແລະ ຢາລາຍ. ໂຄງການເລີ່ມລົງມືກໍ່ສ້າງແຕ່ຕົ້ນປີ 2023, ມາຮອດປະຈຸບັນໄດ້ກໍ່ສ້າງສຳເລັດ 88 ກມ ຫຼັກແລ້ວ.

          ໂຄງການລົງທຶນກໍ່ສ້າງລານບິນເລກ 2 ແລະ ບັນດາກິດຈະກຳຄົບຊຸດຢູ່ເຂດບິນທ່າອາກາດສະຍານ ຝູກກາດ, ແຂວງ ຢາລາຍ, ຄາດວ່າຈະດຳເນີນບັນດາຖ້ຽວບິນພື້ນຖານໃນເດືອນ ກໍລະກົດ 2026.

TAG
VOV/VOVworld/ຕົ້ນໄມ້/ສັດລ້ຽງ/ການຜະລິດ/ດຳເນີນທຸລະກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ